ອີ​ຣານ​ຍົກ​ອອກ​ເງື່ອນ​ໄຂ​ກັບ​ຄືນ​ສູ່ກາ​ນ​ເຈ​ລະ​ຈາ​ຢູ່ ວຽນ​ນາ (ປະ​ເດ​ດ​ໂອ​ຕາ​ລິດ)

(VOVWORLD) -ໃນຈຳນວນຄວາມບໍ່ລົງລອຍກັນໃນປັດຈຸບັນ ມີເລື່ອງອີຣານ ພວມຮຽກຮ້ອງໃຫ້ ອາເມລິກາ ນຳກຳລັງພິທັກປະຕິວັດອິດສະລາມ ( IRGC) ອອກຈາກບັນຊີຊາຍຊື່ “ບັນດາກຸ່ມການບໍລິການ” ຂອງ ວໍຊິງຕັນ. 
ອີ​ຣານ​ຍົກ​ອອກ​ເງື່ອນ​ໄຂ​ກັບ​ຄືນ​ສູ່ກາ​ນ​ເຈ​ລະ​ຈາ​ຢູ່ ວຽນ​ນາ (ປະ​ເດ​ດ​ໂອ​ຕາ​ລິດ) - ảnh 1ທ່ານ Saeed Khatibzadeh ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ: TTXVN)

ວັນທີ 4 ເມສາ, ທ່ານ Saeed Khatibzadeh ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ປະເທດນີ້ ພຽງແຕ່ກັບຄືນສູ່ການເຈລະຈາຢູ່ວຽນນາ (ໂອຕາລິດ) ເພື່ອປະຕິບັດສຳເລັດຂໍ້ຕົກລົງສະບັບໜຶ່ງ ເຊິ່ງແນໃສ່ຟື້ນຟູຂ້ໍຕົກລົງນິວເຄຼຍ ທີ່ໄດ້ລົງນາມໃນປີ 2015 ກັບບັນດາປະເທດມະຫາອຳນາດໃນໂລກ ເຊິ່ງມີຊື່ທາງການແມ່ນ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA). ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ Tehran, ທ່ານ Iran Saeed Khatibzadeh ຢັ້ງຢືນວ່າ: ອີຣານ ຍັງມີບັນຫາທີ່ຄົງຂ້າງ ເຊິ່ງພວມລໍຖ້າ ວໍຊິງຕັນ ແກ້ໄຂ, ແລະ ຖ້າມີຄຳຕອບຈາກ ອາເມລິກາ, ອີຣານອາດຈະກັບຄືນສູ່ການເຈລະຈາຢູ່ ວຽນນາໂດຍໄວ.

ແລະກໍ່ໃນວັນດຽວກັນ, ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ ເວົ້າວ່າ ອາເມລິກາ ຕ້ອງຮັບຜິດຊອບກ່ຽວກັບ ເລື່ອງການເຈລະຈາຢູ່ ວຽນນາ ຕ້ອງຢຸດຕິຊົ່ວຄາວ ໃນຂະນະທີ່ບັນດາຝ່າຍໃກ້ ປະຕິບັດສຳເລັດຂໍ້ຕົກລົງແລ້ວ. ທ່ານກໍ່ເນັ້ນໜັກວ່າ ວໍຊິງຕັນ ຄວນຍົກອອກການຕົກລົງດ້ານການເມືອງ ເພື່ອຟື້ນຟູຂໍ້ຕົກລົງ JCPOA, ພ້ອມທັງຢັ້ງຢືນວ່າ Tehran ຈະບໍ່ “ລໍຖ້າຕະຫຼອດການ” ເພື່ອຟື້ນຟູຂໍ້ຕົກລົງ.

ໃນຈຳນວນຄວາມບໍ່ລົງລອຍກັນໃນປັດຈຸບັນ ມີເລື່ອງອີຣານ ພວມຮຽກຮ້ອງໃຫ້ ອາເມລິການຳກຳລັງພິທັກປະຕິວັດອິດສະລາມ ( IRGC) ອອກຈາກບັນຊີຊາຍຊື່ “ບັນດາກຸ່ມການບໍລິການ” ຂອງ ວໍຊິງຕັນ. ອາເມລິກາ ໄດ້ຄັດຄ້ານການຮຽກຮ້ອງນີ້. ອີຣານກໍ່ພວມ ຊອກຫາການຮັບປະກັນຈາກຝ່າຍ ອາເມລິກາ ວ່າ ບັນດາການນຳປະເທດນີ້ໃນອະນາຄົດຈະບໍ່ຖອນຕົວອອກຈາກ JCPOA.

ຕອບກັບ

ຂ່າວ/ບົດ​ອື່ນ