ອີຣານຕີລາຄາການໂອ້ລົມສົນທະນາກັບIAEAມີລັກສະນະສ້າງສັນ

ອີຣານຕີລາຄາການໂອ້ລົມສົນທະນາກັບIAEAມີລັກສະນະສ້າງສັນ - ảnh 1
ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ IAEA, Tero Varjoranta (​ຂວາ) ແລະ ​ຜູ້​ທ່ານ​ຕາງ​ໜ້າ ອີ​ຣານ Iran ​ປະ​ຈຳIAEA Reza Najafi (​ຊ້າຍ)
(ພາບ: AFP/TTXVN)

(vovworld) – ອີ​ຣານ ແລະ ກຸ່ມ​ປະ​ຕິ​ບັດ​ງານ​ຂອງ​ອົງ​ການ​ພະ​ລັງ​ງານ​ມະ​ລະ​ມາ​ນູ​ສາ​ກົນ (IAEA) ພວມ​ມີ​ໜ້າ​ຢູ່ ເຕ​ເຮ​ຣານ ໄດ້​ມີ​ການ​ພົບ​ປະ​ແລກ​ປ່​ຽນ​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ແນ​ໃສ່​ຊອກ​ຫາວິ​ທີການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ທີ່​ກ່ຽວ​ຂ້ອ​ງ​ເຖິງ​ໂຄງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ ສ. ອິດ​ສະ​ລາມ ນີ້. ກ່າວ​ຄຳ​ເຫັນ​ໃນ​ວັນ​ທີ 9/10 ຕໍ່​​ໜ້າ​ວົງ​ການ​ນັກ​ຂ່າວຢ​ູ່ ເຕ​ເຮ​ຣານ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຣານ ປະ​ຈຳ IAEA Reza Najafi ຊີ້​ແຈ້ງວ່າ: ໃນ​ການ​ເຮັດ​ວຽກ​ເປັນ​ເວ​ລາ 3 ວັນ​ຜ່ານ​ມາ, 2 ຝ່າຍ​ໄດ້​ເຕື້ອງ​ເຖິງຫຼາຍ​ບັນ​ຫາ, ພິ​ເສດ​ແມ່ນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ທີ່​ບັນ​ລຸ​ໄດ້. ທ່ານ​ຕີ​ລາ​ຄາ​ກ່ຽວ​ກັບ​ເນື້​ອໃນ​ການ​ແລກ​ປ່ຽນ, ບັນ​ດາ​ການ​ໂອ້​ລົມ​ສົນ​ທະ​ນາ​ມີ​ລັກ​ສະ​ນະ​ສ້າງສັນ ແລະ ກົງ​ໄປ​ກົງ​ມາ. ໃນ​ຂະ​ນະ​ນັ້ນ, ທ່ານ Tero Varjoranta, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ IAEA, ນຳ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ອົງ​ການນີ້, ໃຫ້​ຮູ້​ວ່າ: ການ​ເຮັດ​ວ​ຽກ​ຄັ້ງ​ຕ່າງໆ​ສຸມ​ໃສ່​ເຂົ້າ​ໃນ 2 ບາດ​ກ້າວ​ສຸດ​ທ້າຍ​ໃນ​ຈຳ​ນວນ 5 ບາດ​ກ້າວ​ຫັນ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີຣານ​ ເປັນ​ໂປ່ງ​ໃສ ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຂອງ​ໂຄງ​ການ​ພັດ​ທະ​ນາ​ນິວ​ເຄຼຍ.


ຂ່າວ/ບົດ​ອື່ນ