ອີຣານຕຳໜິຕິຕຽນເລື່ອງອັງກິດກັກກ່ຳປັ່ນຂົນສົ່ງນ້ຳມັນສ້າງທຳນຽມທີ່ເປັນອັນຕະລາຍ

(VOVWORLD) -ວັນທີ 08 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ໄດ້ຕຳໜິຕິຕຽນເລື່ອງອັງກິດ ກັກກ່ຳປັ່ນຂົນສົ່ງນ້ຳມັນລຳໜຶ່ງຂອງ ເຕເຮຣານ ອັນໄດ້ສ້າງ “ທຳນຽມທີ່ເປັນອັນຕະລາຍ ແລະ ຕ້ອງຢຸດຕິໂດຍທັນທີ”.

ໃນສື່ສັງຄົມ Twitter, ທ່ານ Javad Zarif ຊີ້ແຈ້ງວ່າ “ອີຣານ ບໍ່ແມ່ນສະມາຊິກຂອງສະຫະພາບເອີລົບ ແລະ ກໍ່ບໍ່ແມ່ນເປົ້າໝາຍຂອງບໍ່ວ່າຄຳສັ່ງຂວ້ຳບາດດ້ານນ້ຳມັນໃດໆຂອງເອີລົບ”. ທ່ານເນັ້ນໜັກວ່າ, ເລື່ອງອັງກິດ ກັກກ່ຳປັ່ນຂົນສົ່ງນ້ຳມັນຂອງອີຣານ ຢ່າງຜິດກົດໝາຍນັ້ນ ເປັນທີ່ຈະແຈ້ງແລ້ວວ່າການກະທຳດັ່ງກ່າວແມ່ນການກະທຳແບບ “ໂຈນສະລັດ” ແລະ ຕ້ອງຢຸດຕິໂດຍທັນທີ.

        ການພົວພັນລະຫວ່າງອີຣານ ແລະ ອັງກິດ ກາຍເປັນເຄັ່ງຕຶງຍ້ອນພາຍຫຼັງກຳລັງທະຫານເຮືອຍົກພົນຂຶ້ນບົກແຫ່ງລາຊະອານາຈັກອັງກິດ ກັກກ່ຳປັ່ນຂົນສົ່ງນ້ຳມັນ Grace 1 ໃນວັນທີ 04 ກໍລະກົດ, ຍ້ອນສົງໄສວ່າ ກ່ຳປັ່ນລຳນີ້ພວມຂົນສົ່ງນ້ຳມັນໄປຍັງຊີຣີ, ເຊິ່ງລະເມີດບັນດາຄຳສັ່ງລົງໂທດຂອງອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ