ອີຣານ​ປະ​ກາດ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາຖ້າ​ຫາກວ່າ​ອາ​ເມ​ລິ​ກາ​ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອີຣານກໍ່ໄດ້ຕີລາຄາວ່າ “ການມີສະຕິແມ່ນໄດ້ປຽບ” ເມື່ອໃຫ້ຄຳເຫັນກ່ຽວກັບເລື່ອງທ່ານ Donald Trump ຍົກເລີກເຈດຈຳນົງບຸກໂຈມຕີໃສ່ອີຣານເມື່ອທ້າຍເດືອນ ມິຖຸນາ ທີ່ ຜ່ານມາ.
ອີຣານ​ປະ​ກາດ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາຖ້າ​ຫາກວ່າ​ອາ​ເມ​ລິ​ກາ​ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ - ảnh 1ທ່ານ Mohammad Java Zarif ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ (ພາບ: RNA/TTXVN) 

        ວັນທີ 16 ກໍລະກົດ, ເມື່ອໃຫ້ສຳພາດຕໍ່ນັກຂ່າວຊ່ອງໂທລະພາບ ອາເມລິກາ NBC, ທ່ານ Mohammad Java Zarif ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໄດ້ປະກາດວ່າ ເຕເຮຣານ ພ້ອມແລ້ວທີ່ຈະປຶກສາຫາລືກັບ ວໍຊິງຕັນ, ຖ້າຫາກວ່າ ອາເມລິກາຍົກເລີກຄຳສັ່ງລົງໂທດເພື່ອຕ້ານ ອີຣານ. ທ່ານ Mohammad Java Zarif ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ຢາກດຳເນີນສົງຄາມກັບອີຣານ, ເຖິງຢ່າງໃດກໍ່ຕາມ “ເຈົ້າໜ້າທີ່ຫຼາຍທ່ານທີ່ໃກ້ຊິດກັບປະທານາທິບໍດີພັດຕ້ອງການສິ່ງນີ້”. ທ່ານລັດຖະມົນຕີການຕ່າງປະເທດ ອີຣານກໍ່ໄດ້ຕີລາຄາວ່າ “ການມີສະຕິແມ່ນໄດ້ປຽບ” ເມື່ອໃຫ້ຄຳເຫັນກ່ຽວກັບເລື່ອງທ່ານ Donald Trump ຍົກເລີກເຈດຈຳນົງບຸກໂຈມຕີໃສ່ອີຣານເມື່ອທ້າຍເດືອນ ມິຖຸນາ ທີ່ ຜ່ານມາ.

        ແລະກໍ່ໃນວັນດຽວກັນ, ການນຳສູງສຸດຂອງ ອີຣານ - ສາດສະດາ Ali Khamenei  ໄດ້ປະກາດວ່າ ປະເທດ ອິດສະລາມນີ້ຈະສືບຕໍ່ຫຼຸດຜ່ອນບັນດາຄຳໝັ້ນສັນຍາຕາມຂໍ້ຕົກລົງນິວເຄຼຍ, ພ້ອມທັງກ່າວຫາບັນດາຄູ່ຮ່ວມມືເອີລົບທີ່ບໍ່ປະຕິບັດພັນທະຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ