ອີ​ຣ​າ​ນ​ປະ​ຕິ​ເສດ​ຄວາມ​ອາດສາ​ມາດເຈ​ລະ​ຈາກັ​ບ ອາ​ເມ​ລິກ​າ​ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ສະ​ບັບ​ໃໝ່

(VOVWORLD) -ວັນທີ 19 ສິງຫາ, ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຖະແຫຼງວ່າ ເຕເຮຣານ ບໍ່ຢາກເຈລະຈາກັບ ວໍຊິງຕັນ, ແຕ່ຖືວ່າ ບໍ່ວ່າຄົນກາງໃດໆກໍ່ຄວນສຸມໃສ່ເລື່ອງໃຫ້ການນຳ ອາເມລິກາ ກັບຄືນເຂົ້າຮ່ວມຂໍ້ຕົກລົງນິວເຄຼຍ ປີ 2015 ເຊິ່ງເຂົາເຈົ້າໄດ້ຖອນຕົວອອກປີກາຍນີ້.
ອີ​ຣ​າ​ນ​ປະ​ຕິ​ເສດ​ຄວາມ​ອາດສາ​ມາດເຈ​ລະ​ຈາກັ​ບ ອາ​ເມ​ລິກ​າ​ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ສະ​ບັບ​ໃໝ່ - ảnh 1ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານ (ພາບ: IRNA/TTXVN) 

ທ່ານ  Zarif ໄດ້ຍົກອອກບັນດາຄວາມຄິດເຫັນຢູ່ ແຟງລັງ ພາຍຫຼັງ ການພົບປະເຈລະຈາ ກັບທ່ານ Pekka Haavisto ລັດຖະມົນຕີການຕ່າງປະເທດ ແຟງລັງ, ໂດຍເປັນຜູ້ທີ່ຢັ້ງຢືນວ່າ ທະວີບເອີລົບ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອແນໃສ່ກອບກູ້ຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າ ແຜນການກະທຳຮວມຮອບດ້ານ (JCPOA).

        ເມື່ອເຕື້ອງເຖິງເລື່ອງ Gibraltar ກັກກ່ຳປັ່ນຂົນສົ່ງນ້ຳມັນດິບ Adrian Darya 1, ທ່ານ Zarif ຖືວ່າການກັກກ່ຳປັ່ນຂົນສົ່ງນ້ຳມັນດິບຂອງປະເທດນີ້ແມ່ນຜິດກົດໝາຍ. ພ້ອມທັງກ່າວຫາຄຳສັ່ງກັກກ່ຳປັ່ນຂອງ ອາເມລິກາ ຕໍ່ກັບກ່ຳປັ່ນນີ້ແມ່ນມີຈຸດປະສົງດ້ານການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ