ອີຣານຢືນຢັນຄືນໃໝ່ການເດີນຕາມໂຄງການລູກສອນໄຟ

(VOVWORLD) -ວົງການເຈົ້າໜ້າທີ່ອີຣານ ໄດ້ຢືນຢັນຄືນໃໝ່ຄວາມຈຳເປັນຕ້ອງສືບຕໍ່ຍົກສູງກຳລັງຄວາມສາມາດດ້ານປ້ອງກັນຊາດຂອງປະເທດຕາເວັນອອກກາງນີ້, ໃນນັ້ນມີໂຄງການລູກສອນໄຟ.
ອີຣານຢືນຢັນຄືນໃໝ່ການເດີນຕາມໂຄງການລູກສອນໄຟ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 15 ມີນາ, ສຳນັກຂ່າວສານ Tasnim ຂອງອີຣານ ໄດ້ໃຫ້ຂ່າວວ່າ ສະພານັກຊ່ຽວຊານອີຣານ ໄດ້ກ່າວປະນາມ “ກົນອຸບາຍຂອງອາເມລິກາ” ທີ່ຢາກທຳລາຍຂໍ້ຕົກລົງນິວເຄຼຍເມື່ອປີ 2015 ເຊິ່ງອີຣານ ໄດ້ລົງນາມກັບບັນດາປະເທດມະຫາອຳນາດ, ພ້ອມທັງປະຕິເສດບັນດາຄຳຮຽກຮ້ອງຢ່າງຕໍ່ເນື່ອງຂອງຝ່າຍຕາເວັນຕົກ ກ່ຽວກັບການຈັດຕັ້ງບັນດາການເຈລະຈາທີ່ກ່ຽວຂ້ອງເຖິງໂຄງການລູກສອນໄຟຂອງເຕເຮຣານ. ນອກນັ້ນ, ສະພານັກຊ່ຽວຊານຂອງອີຣານ ກໍ່ກະຕຸກຊຸກຍູ້ບັນດານັກການທູດຂອງປະເທດນີ້ຕ້ອງຍົກອອກ “ປະຕິກິລິຍາທີ່ເໝາະສົມ” ສຳລັບບໍ່ວ່າມາດຕະການໃດໆຂອງຝ່າຍຕາເວັນຕົກ ທີ່ນາບຂູ່ເຖິງຜົນປະໂຫຍດຂອງປະເທດສ.ອິດສະລາມ ນີ້.

        ສະພານັກຊ່ຽວຊານອີຣານ ແມ່ນອົງການຮັບຜິດຊອບຕິດຕາມກວດກາການນຳພາສູງສຸດຂອງປະເທດນີ້ທີ່ປະຕິບັດບັນດາໜ້າທີ່ຄວາມຮັບພິດຊອບຕາມ

ກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ