ອີຣານຢັ້ນຢືນຈະບໍ່ຮັກສາຂໍ້ຕົກລົງນິວເຄຼຍຖ້າຫາກອາເມລິກາ ຖອນຕົວ

(VOVWORLD) -ວັນທີ 03 ພຶດສະພາ, ຜູ້ໃຫ້ຄຳປຶກສາຂັ້ນສູງຂອງພະຄາດີນັນອີຣານ Ali Khamenei ຖະແຫຼງວ່າ ປະເທດນີ້ຈະບໍ່ຮັກສາຂໍ້ຕົກລົງນິວເຄຼຍກັບບັນດາປະເທດມະຫາອຳນາດໃນໂລກໄວ້ຖ້າຫາກອາເມລິກາ ຕົກລົງປະລະຂໍ້ຕົກລົງດັ່ງກ່າວ.

ອີຣານຢັ້ນຢືນຈະບໍ່ຮັກສາຂໍ້ຕົກລົງນິວເຄຼຍຖ້າຫາກອາເມລິກາ ຖອນຕົວ - ảnh 1 ທ່ານ Ali Akbar Velayati, ຜູ້ໃຫ້ຄຳປຶກສານະໂຍບາຍພົວພັນຕ່າງປະເທດ

(ພາບປະກອບ: EPA/TTXVN)

ໃນແວັບໄຊຂອງຊ່ອງໂທລະພາບແຫ່ງຊາດ ໄດ້ຄັດຄຳເວົ້າຂອງທ່ານ Ali Akbar Velayati, ຜູ້ໃຫ້ຄຳປຶກສານະໂຍບາຍພົວພັນຕ່າງປະເທດ ຊີ້ແຈ້ງວ່າ, ຖ້າຫາກອາເມລິກາ ຖອນອອກຈາກຂໍ້ຕົກລົງເຊິ່ງອີຣານ ໄດ້ລົງນາມກັບກຸ່ມ P5+1 (ລວມມີ ອັງກິດ, ຝລັ່ງ, ລັດເຊຍ, ຈີນ, ອາເມລິກາ ພ້ອມກັບເຢຍລະມັນ) ເມື່ອປີ 2015 ຫຼື ເອີ້ນວ່າແຜນການກະທຳລວມຮອບດ້ານ (JCPOA), ເຕເຮຣານ ກໍ່ຈະບໍ່ເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວອີກ.

      ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ໄດ້ກ່າວປະນາມເລື່ອງອາເມລິກາ ນາບຂູ່ຖອນອອກຈາກ JCPOA, ພ້ອມທັງຖະແຫຼງວ່າ ອີຣານ ຈະບໍ່ເຈລະຈາຂໍ້ຕົກລົງດັ່ງກ່າວຄືນໃໝ່.

      ອະນາຄົດຂອງ JCPOA ພວມຖືກນາບຂູ່ເມື່ອທ່ານປະທານາທິບໍດີອາເມລິກາ Donald Trump ນາບຂູ່ຖອນອອກຈາກຂໍ້ຕົກລົງ, ພາໄປເຖິງຄວາມເຄັ່ງຕຶງດ້ານການທູດລະຫວ່າງວໍຊິງຕັນ ກັບອີຣານ ກໍ່ຄືບັນດາພັນທະມິດຂອງອາເມລິກາ ຢາກຮັກສາຂໍ້ຕົກລົງນີ້ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ