ອີຣານຮ່ວມມືກັບລັດເຊຍກໍ່ສ້າງໂຮງງານໄຟຟ້ານິວເຄຼຍແຫ່ງໃໝ່

ອີຣານຮ່ວມມືກັບລັດເຊຍກໍ່ສ້າງໂຮງງານໄຟຟ້ານິວເຄຼຍແຫ່ງໃໝ່ - ảnh 1
ໂຮງ​ງານ​ໄຟ​ຟ້າ ນິວ​ເຄຼຍ Bushehr ຂອງ ອີ​ຣານ
(ພາບ: AFP/TTXVN)

 (vovworld) – ບັນ​ດາ​ເຈົ້າ​ໜ້າ​ທີ່​ນິວ​ເຄຼຍ​ຂອງ ອີ​ຣານ ແລະ ລັດ​ເຊຍ ໄດ້​ປຶກ​ສ​າ​ຫາ​ລື​ເລື່ອງກໍ່​ສ້າງ​ບັນ​ດາ​ໂຮງ​ງານ ໄຟ​ຟ້າ ນິ​ວ​ເຄຼຍ​ແຫ່ງ​ໃໝ່​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ປະ​ລິ​ມານ​ໄຟ​ຟ້າ​ນິວ​ເຄຼຍ​ຂອງ​ປະ​ເທດ ສ. ອິດ​ສະ​ລາມ ນີ້​ຂຶ້ນທົບ 3 ເທົ່າ. ​ວັນ​ທີ 25/4, ສື່ມວນ​ຊົນ ອີ​ຣານ ໃຫ້​ຮູ້​ວ່າ: ຮອງ​ຜູ​້​ອຳ​ນວຍ​ການ​ອົງ​ກາ​ນ​ພະ​ລັງ​ງານ​ປ​ະ​ລະ​ມາ​ນູ​ ອີ​ຣານ (AEOI) ໄດ້​​ພົບ​ປະ​ກັບ​ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ​ພະ​ລັງ​ງານ ປະ​ລະ​ມາ​ນູ​​ແຫ່ງ​ຊາດ ລັດ​ເຊຍ (ROSATOM) ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການກໍ່​ສ້າງ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ​ແຫ່ງ​ທີ 2 ແລະ ທີ 3 ຢູ່​ແຂວງ​ພາກ​ໃຕ້ Bushehr, ກໍ່​ຄື​ເລື່ອງມອບ​ໂອນ​ສິດ​ຄວບ​ຄຸມ​ບັນ​ດາ​ໂຮງ​ງານ​ໃຫ້​ແກ່​ຝ່າຍ ອີ​ຣານ. ໃນ​ຂະ​ນະ​ນັ້ນ, ​ກຸ່ມ​ບໍ​ລິ​ສັດ​ພະ​ລັງ​ງານ ປະ​ລະ​ມາ​ນູ​​ແຫ່ງ​ຊາດ ລັດ​ເຊຍ ໄດ້​ອອກ​ແຈ້ງ​ການ​ໂດຍ​ໃຫ້​ຮູ້​ວ່າ: ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການກໍ່​ສ້າງ​ບັນ​ດາ​ໂຮງ​ງານ ໄຟ​ຟ້າ ນິວ​ເຄຼຍ ແຫ່ງ​ໃໝ່​ໂດຍ ລັດ​ເຊຍ ອອກ​ແບບ, ກໍ່​ຄື​ເລື່ອງ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ກ່ຽວ​ຂ້ອງ​ໄດ້​​ຮັບ​ການ​ປຶກ​ສາ​ຫາ​ລື​​ຢ່າງລະ​ອຽດ​ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ