ອີຣານແລະກຳລັງHouthiປຶກສາຫາລືກ່ຽວກັບສະພາບການການເມືອງ,ມະນຸດສະທຳຢູ່ເຢແມນ

(VOVWORLD) -ວັນທີ 13 ກຸມພາ, ຢູ່ ນະຄອນຫລວງ ເຕເຮຣານ, ອີຣານ ແລະ ຂະບວນການ Houthi Ansurullah ໄດ້ຈັດຕັ້ງການເຈລະຈາກ່ຽວກັບສະພາບການຫວ່າງມໍ່ໆມານີ້ ຢູ່ ເຢແມນ. 

ຜູ້ຕາງຫນ້າຂອງສອງຝ່າຍ ນັ້ນແມ່ນ ທ່ານ Hossein Jeberi Ansari ຜູ້ຊ່ວຍວຽກພິເສດກ່ຽວກັບບັນຫາການເມືອງຂອງລັດຖະມົນຕີການຕ່າງປະເທດ ອີຣານ ແລະ ທ່ານ Mohammad Abdulsalam ໂຄສົກຂອງຂະບວນການ Houthi. ທີ່ການເຈລະຈາ, ທ່ານ Abdulsalam ໄດ້ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບສະພາບການການເມືອງ ແລະ ການປະທະກັນຫວ່າງມໍ່ໆມານີ້ ຢູ່ ເຢແມນ. ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບວິທີການປະຕິບັດການຫນູນຊ່ວຍມະນຸດສະທຳໃຫ້ຊາວ ເຢແມນ ທີ່ພວມປະສົບກັບຄວາມຫຍຸ້ງຍາກຍ້ອນການປະທະກັນນັບແຕ່ເດືອນມີນາປີ 2015.

ມາຮອດປະຈຸບັນ ສົງຄາມຢູ່ ເຢແມນ ໄດ້ເຮັດໃຫ້ຜູ້ເສຍຊີວິດກວ່າ 10.000 ຄົນ ແລະ ກວ່າ 3 ລ້ານຄົນຕ້ອງຍົກຍ້າຍໄປແຫ່ງອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ