ອີຣານແລະລັດເຊຍໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືຕ້ານກໍ່ການຮ້າຍ

ອີຣານແລະລັດເຊຍໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືຕ້ານກໍ່ການຮ້າຍ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ Hassan Rouhani
(ພາບ​ປະ​ກອບ: Getty Images)

(vovworld) ​- ​ວັນ​ທີ 03/12, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ Hassan Rouhani ໃຫ້​ຮູ້​ວ່າ, ອີ​ຣານ ແລະ ລັດ​ເຊຍ ຈະ​ສືບ​ຕໍ່​ຮ່ວມ​ມື​ໃນ​ການ​ຕໍ່​ສູ້​ຕ້ານ​ລັດ​ທິກໍ່​ການ​ຮ້າຍ, ນຳ​ມາ​ເຊິ່ງ​ຄວາມ​ສັນ​ຕ​ິ​ພາບ​ໃຫ້​ແກ່​ພາກ​ພື້ນຕາ​ເວັນ​ອອກ​ກາງ. ກ່າວ​ຄຳ​ເຫັນ​ທີ​ການ​ພົບ​ປະ​ກັບ​ທ​ູດ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ Alexander Lavrentive ທີ່​ພວມ​ຢ້ຽມ​ຢາມ​ເຕ​ເຣ​ຣາ​ນ, ການ​ນຳ​ອີ​ຣານ ເນັ້ນ​ໜັກ​ວ່າ ປະ​ຈຸ​ບັນລັດ​ເຊຍ ແລະ ອີ​ຣານ ​ພວມມ​ີ​ການ​ຮ່ວມ​ມື​​ໃນ​ການ​ຕໍ່​ສູ້​ຕ້ານ​ການກໍ່​ການ​ຮ້າຍເປັນ​ຢ່າງ​ດີ ແລະ ການ​ຮ່ວມ​ມື​ນີ້​ຈະ​ໄດ້​ສືບ​ຕໍ່​ດຳ​ເນີນ​ຈົນ​ຮອດ​​ເວ​ລາບັນ​ລຸ​ໄດ້​ຄາດ​ໝາຍ​ສຸດ​ທ້າຍ ນັ້ນ​ແມ່ນລັດ​ທິກໍ່​ການ​ຮ້າຍ​ຖືກ​ດັບ​ສູນ​ຢ່າງ​ສິ້​ນ​ເຊິງ, ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບໃນ​ພາກ​ພື້ນ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ ກ​ໍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​​ຍູ້​​ແຮງການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ເຊຍ ແລະ ອີ​ຣານ​ ໃນ​ບັ້ນ​ຮົບ​ຕ້ານ​ການກໍ່​ການ​ຮ້າຍຢ​ູ່​ພາກ​ພື້ນ​ຕາ​ເວັນ​ອອ​ກ​ກາງ.

ຂ່າວ/ບົດ​ອື່ນ