ອວຍພອນປີໃໝ່ ປີມະເມັຍ ຢູ່ກອງບັນຊາການທະຫານເຮືອເຂດ 5

 ອວຍພອນປີໃໝ່ ປີມະເມັຍ ຢູ່ກອງບັນຊາການທະຫານເຮືອເຂດ 5 - ảnh 1
ບັນດາ​ພະນັກງານ, ນັກຮົບ ​ແລະ ປະຊາຊົນຢູ່​ເກາະ​ແຫ່ງ​ຕ່າງໆ​ທີ່​ຂຶ້ນ​ກັບ​ທະຫານ​​ເຮືອເຂດ 5 ໄດ້ຮັບຂອງຂັວນບຸນເຕັດ

(vovworld)- ຕອນ​ເຊົ້າ​ວັນ​ທີ 10/1, ຄະນະ​ປະຕິບັດ​ງານ​ບັນດາ​ແຂວງ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ໄດ້​ເລີ່​ມ​ເດີນທາງ​ໄປຢ້ຽມຢາມ, ອວຍພອນ​ປີ​ໃໝ່ ປີ​ມະ​ເມັຍ 2014 ບັນດາ​ພະນັກງານ, ນັກຮົບ ​ແລະ ປະຊາຊົນຢູ່​ເກາະ​ແຫ່ງ​ຕ່າງໆ​ທີ່​ຂຶ້ນ​ກັບ​ທະຫານ​​ເຮືອເຂດ 5 . ຄະນະຈະ​ໄປຢ້ຽມຢາມ, ອວຍພອນ​ປີ​ໃໝ່​ກອງ​ບັນຊາ​ການ​ທະຫານ​​ເຮືອເຂດ 5 ​ແລະ ບັນດາ​ສຳນັກງານ, ກົມ​ກອງ​ທີ່​ປະຈຳການ​ໃນ​ເກາະ​ຟູ້ກ໋ວກ. ຫຼັງ​ຈາກ​ນັ້ນ, ຈະ​ເດີນທາງ​ຕໍ່​ຢ້ຽມຢາມ​ເກາະ ​ໂຖ​ຈູ, ນາມ​ຢູ, ຮ່ອນ​ຄວາຍ, ຮ່ອນ​ຈ້ວຍ... ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ​ຄະນະ​ຂະ​ແໜງ​ການ​ຕ່າງ​ໆ​ຢູ່ ​ບັນດາ​ແຂວງ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ແນວ​ຫຼັງ​ທີ່​ມີ​ຕໍ່ ບັນດາ​ພະນັກງານ, ນັກຮົບກອງ​ບັນຊາ​ການ​ທະຫານ​​ເຮືອເຂດ 5 . ການ​ເດີນທາງ​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່ ຈະ​ສິ້ນສຸດ​ລົງ​​ໃນ​ວັນ​ທີ 16/1 ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ