ອີຮັກ: IS ວາງລະເບີດເຮັດໃຫ້ມີຜູ້ເສຍຊີວິດເກືອບ60ຄົນ

ອີຮັກ: IS ວາງລະເບີດເຮັດໃຫ້ມີຜູ້ເສຍຊີວິດເກືອບ60ຄົນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 10/8, ຢ່າງ​ໜ້ອຍ​ສຸດ​ມີ 58 ຄົນ​ເສຍ​ຊີວິດ ​ແລະ 100 ກວ່າ​ຄົນ​ຮັບ​ບາດ​ເຈັ​ບ​ໃນ​ການວາງ​ລະ​ເບີດ​ນອງ​ເລືອດ 2 ຄັ້ງ​ຢູ່​ແຂວງ Diyala, ທາງ​ຕາ​ເວັນ​ອອກ​ອີ​ຮັກ,  IS ຍອມຮັບ​ໄດ້​ຢືນ​ຢູ່​ເບື້ອງ​ຫຼັງ​ເຫດການ​ນີ້. ຕາມ​ແຫຼ່ງຂ່າວ​ຂອງ​ຕຳຫຼວດ ​ແລະ ສາທາລະນະ​ສຸກ. ​ເຫດ​ວາງລະ​ເບີດ​ຢູ່​ເຂດ​ຕະຫຼາດ Huwaidar , ຫ່າງ​ຈາກ​ເມືອງ​ເອກ Baquba ຂອງ Diyala ​ໄປ​ທາງ​ທິດ​ເໜືອ ປະມານ 4 ກມ, ​ເຮັດ​ໃຫ້ 51 ຄົນ​ເສຍ​ຊີວິດ ​ແລະ ຢ່າງ​ໜ້ອຍ​ສຸດ​ມີ 80 ຄົນ​ຮັບ​ບາດ​ເຈ​ັບ. ​ໃນ​ຂະນະ​ນັ້ນ​ຢູ່​ທາງ​ທິດຕາ​ເວັນ​ອອກ Baquba, IS ​ໄດ້​ວາງ​ລະ​ເບີດ​​ຢຸ່ປ້ອ​ມ​ກວດກາ​​ຂອງ​ກອງທັບ​ອີຣັກ ​ແລະ ກຸ່ມ​ປະກອບ​ອາວຸດ Hashid Shaab ປົກ​ປ້ອງ​ຊາວ Shiite, ​ເຮັດ​​ໃຫ້ 7 ຄົນ​ເສຍ​ຊີວິດ ​ແລະ 25 ຄົນ​ຮັບ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ