ອີຮານ ຄັດຄ້ານລະເບີດປະລະມານູ

ອີຮານ ຄັດຄ້ານລະເບີດປະລະມານູ - ảnh 1
ທ່ານ​ປະທານາທິບ​ໍດີ​ອີ​ຮານ Mahmoud Ahmadinejad ​
( ພາບຈາກອີນເຕີແນດ )


( vovworld ) – ວັນ​ທີ 8/4, ທ່ານ​ປະທານາທິບ​ໍດີ​ອີ​ຮານ Mahmoud Ahmadinejad ​ໄດ້​ຢືນຢັນ​ວ່າ, ອີ​ຮານ​ຄັດຄ້ານ​ລະ​ເບີດປະລະ​ມາ​ນູປະ​ເພດ​ຕ່າງໆ. ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ​ໃນ​ວັນ​ທີ 8/4 ກັບ​ທ່ານ​ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ Yukio Hatoyama ທີ່​ພວມ​ຢູ່​ຢ້ຽມຢາມ​ອີ​ຮານ, ທ່ານ Ahmadinejad ​ໄດ້​ຖະ​ແຫຼ​ງວ່າ ອີ​ຮານ​ ຄັດຄ້ານ​ລະ​ເບີດ​ປະລະ​ມາ​ນູ ແລະ ອາວຸດ​ລ້າງ​ຜານຢ່າງ​ຮຸນ​ແຮງ. ອີ​ຮານ ​ແລະ ຍີ່ປຸ່ນ ອາດ​ພ້ອມ​ກັນມານະ​ພະຍາຍາມ​ສ້າງ​ໂລກ​ໜື່ງທີ່​ບໍ່​ມີ​ອາວຸດ​ນິວ​ເຄຼຍ. ທ່ານ Ahmadinejad ​​ໃຫ້​ຮູ້​ຕື່ມອີກ​ວ່າ ອີຮານ ​ໄດ້​ກຽມພ​້ອມ​ໃຫ້​​ການ​ເຈລະຈາ​ຕ່າງໆກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ຕົນ. ສ່ວນ​ທ່ານ Hatoyama ກໍ​ເວົ້າ​ກັບ​ທ່ານ Ahmadinejad ວ່າ​ ການສ້າງ​ຄວາມ​​ໄວ້ເນື້ອ​​ເຊື່​ອໃຈກັບ​ສາກົນ ​ແລະ ​ເຄົາລົບຂໍ້​ກຳນົດ​ຕ່າງໆແມ່ນ​ສິ່ງສຳຄັນ​ຄວນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ.

ຂ່າວ/ບົດ​ອື່ນ