ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທັກ​ສິນ ຂໍ​ອະ​ໄພ​ໂທດ

(VOVWORLD) - ວັນທີ 31 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນຜູ້ຮັກສາການລັດຖະມົນຕີກະຊວງຍຸຕິທຳ ໄທ, ວິດສະນຸ ເຄືອງາມ ໃຫ້ຮູ້ວ່າ ທ່ານອະດີດນາຍົກລັດຖະມົນຕີ ໄທ, ທັກສິນ ຊິນນະວັດ ໄດ້ຍື່ນໃບຄຳຮ້ອງຂໍອະໄພໂທດຕໍ່ພະບໍລົມວົງສານຸວົງ ໄທ.
ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທັກ​ສິນ ຂໍ​ອະ​ໄພ​ໂທດ - ảnh 1ທ່ານ ອະດີດນາຍົກລັດຖະມົນຕີ ໄທ ທັກສິນ ຂໍອະໄພໂທດ (ພາບ: Reuters)

ຕາມທ່ານ ວິດສະນຸ  ແລ້ວ, ພາຍຫຼັທີ່ໄດ້ຮັບໃບຄຳຮ້ອງ ແລະ ສຳເນົາເອກະສານຂໍອະໄພໂທດຂອງທ່ານອະດີດນາຍົກລັດຖະມົນຕີ ທັກສິນ ແລ້ວ, ກະຊວງຍຸຕິທຳ ຈະດຳເນີນການພິພາກສາ, ປະເມີນຄືນເອກະສານທຸກສະບັບ ກ່ອນທີ່ສະເໜີຕໍ່ຫ້ອງວ່າການນາຍົກລັດຖະມົນຕີ. ຈາກນັ້ນ, ສຳເນົາເອກະສານຂໍອະໄພໂທດ ຈະໄດ້ຍື່ນສະເໜີຕໍ່ສະພາກົດລັບ, ເຊິ່ງເປັນອົງການຊ່ວຍວຽກໃຫ້ແກ່ພະບໍລົມວົງສານຸວົງ ໄທ. ສະພາກົດລັບ ຈະພິຈາລະນາ ແລະ ຍົກອອກຂໍ້ສະເໜີເພື່ອໃຫ້ເຈົ້າຊີວິດໃຫ້ສັດຕະຍາບັນ. ຂັ້ນຕອນດັ່ງກ່າວ ອາດຈະແກ່ຍາວແຕ່ 1 – 2 ເດືອນ. ນອກຈາກນັ້ນແລ້ວ, ເລື່ອງພິຈາລະນາສຳເນົາເອກະສານຂໍອະໄພໂທດຂອງທ່ານອະດີດນາຍົກລັດຖະມົນຕີ ທັກສິນ ອາດຈະໂດຍລັດຖະບານຊຸດໃໝ່, ໂດຍພັກເພື່ອ ໄທ ຊີ້ນຳ, ດຳເນີນ.

ນັກຂ່າວ VOV ປະຈຳ ໄທ


ຕອບກັບ

ຂ່າວ/ບົດ​ອື່ນ