ອະດີດພາລະກອນສືບລາຊະການລັບ CIA Edward Snowden ໄດ້ຮັບອະນຸຍາດອາໄສຊົ່ວຄາວຢູ່ສະຫະພັນລັດເຊຍ

ອະດີດພາລະກອນສືບລາຊະການລັບ CIA Edward Snowden ໄດ້ຮັບອະນຸຍາດອາໄສຊົ່ວຄາວຢູ່ສະຫະພັນລັດເຊຍ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 16/07, ອະດີດ​ພາລະ​ກອນອົງການສືບ​ລາຊະ​ການ​ລັບສູນ​ກາງອາ​ເມ​ລິ​ກາ (CIA) Edward Snowden, ​ໄດ້ຍືນ​ໃບ​ຄຳ​ຮ້ອງຂໍ​ຫລົບ​ໄພ​ຊົ່ວຄາວ​ຢູ່​ລັດ​ເຊຍ. ໃບ​ຂໍຮ້ອງໄດ້​ສົ່ງ​ເຖິງ​ເຈົ້າ​ໜ້າ​ທີ່​ລັດ​ເຊຍ ຜ່ານ​ອົງການ​ອົບ​ພະຍົບ ​ແລະ ພັກ​ອາ​ໄສ​ສະຫະພັນ (FMS). ​ແຫຼ່ງຂ່າວ​ຈາກ FMS ​ໃຫ້​ຮູ້​ວ່າ ການ​ພິຈາລະນາ​​ໃບ​ຄຳ​ຮ້ອງ​ຂໍຫ​ລົບ​ໄພຊົ່ວຄາວ​ຂອງ​ອະ​ດີດພາລະ​ກອນສືບ​ລາຊະ​ການ​ລັບ CIA Edward Snowden ຕ້ອງ​​ໃຊ້ເວລາ 3 ​ເດືອນ. ​ໃນ​ໄລຍະ​ນີ້, Edward Snowden ຈະ​ໄດ້​ຮັບ​​ໃບອະ​ນຸຍາດເພື່ອ​ສາມາດ​ອາ​ໄສ​ຢູ່​ລັດ​ເຊຍ. ນີ້​ແມ່ນ​ປະຕິກິລິຍາຫ​ລ້າ​ສຸດ​ຈາກ​ຝ່າຍ​ລັດ​ເຊຍ ສຳລັບ​ການ​ເປີດເຜີຍ​ຂໍ້​ມູນຂ່າວ​ລັບຂອງອະດີດ​ພາລະ​ກອນສືບ​ລາຊະ​ການ​ລັບ CIA Edward Snowden, ​ເຫດການນີ້ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ໃຫຍ່​ໃນ​ໂລກ​ຊົ່ວ​ຮ້າຍ​ລົງ, ​ໃນ​ນັ້ນ​ມີ​ລັດ​ເຊຍ, ຈີນ ​ແລະ ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ. ມາ​ຮອດ​ປະຈຸ​ບັນ, Edward Snowden ​ໄດ້​ຍືນ​ໃບ​ຄຳ​ຮ້ອງ​ຂໍ​ຫລົບ​ໄພ​ເຖິງ 21 ປະ​ເທດ, ​ແຕ່​ມີ​ພຽງ 3 ປະ​ເທດອາ​ເມ​ລິ​ກາ​ລາຕີ​ນ ຄື: Niearagoa, Bolivia ​ແລະ Venezuela ຕົກລົງ​ສະໜອງ​ຂໍ​ກຳນົດຫ​ລົບ​ໄພ​ໃຫ້​ແກ່​ອະດີດ​ພາລະ​ກອນສືບ​ລາຊະ​ການ​ລັບ CIA ຄົນນີ້.
ຂ່າວ/ບົດ​ອື່ນ