ອະທິປະໄຕທະເລໝູ່ເກາະ ຫວຽດນາມ ໃນປະຫວັດສາດ

ອະທິປະໄຕທະເລໝູ່ເກາະ ຫວຽດນາມ ໃນປະຫວັດສາດ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ

(vovworld) –  ​​​​ສະ​ໄໝລາດ​ຊະ​ວົງ ຫງວຽນ ໄດ້​ຢັ້ງ​ຢືນ ແລະ ປະ​ຕິ​ບັດ​ອະ​ທິ​ປະ​ໄຕ​ທະ​ເລ ໝູ່​ເກາະ ຂອງ ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ບໍ່​ປ່ຽນ​ແປງ. ຮອງ​ສາດ​ສະ​ດາ​ຈານ, ປອ ໂດ໋​​ບາງ, ຮອງ​ປະ​ທານ​ສະ​ມາ​ຄົມ​ວິ​ທ​ະ​ຍາ​ສາດ​ປະ​ຫວັດ​ສາດ ຫວຽດ​ນາມ, ປະ​ທານ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ​ປະ​ຫວັດ​ສາດ​ແຂວງ ເທື່ອ​ທຽນ ເຫ​້ວ, ໄດ້​ຢັ້ງ​ຢື​ນ​ຄື​ແນວນັ້ນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ ຫວຽດ​ນາມ ໃນ​ປະ​ຫວັດ​ສາດ, ທີ່ກໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ​ູ່​ນະ​ຄອນ ເຫ​້ວ, ແຂວງ ເທື່ອ​ທຽນ ເຫ​້ວ. ເພື່ອ​ເປັນ​ການຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ປະ​ຫ​ວັດ​ສາດ​ຍາວ​ນານ​ຂອງ​ບັນ​ດາ​ລາດ​ຊະ​ວົງ ຢູ່ ຫວຽດ​ນາມ ຮອດ​ສະ​ຕະ​ວັດ​ທີ 20, ບັນ​ດາ​ຜູ້​ແທນ​ຖື​ວ່າ: ບັນ​ດາ​ແຜນ​ທີ່ກໍ່​ຄື​ບັນ​ດາ​ປື້ມ​ກ່ຽວ​ກັບ​ພູມ​ສາດ​ໂດຍ​ລັດ​ຮຽບ​ຮຽງ​ແຕ່​ສະ​ໄໝ​ລາດ​ຊະ​ວົງ ​ຊູງ (960 – 1279) ຮອດ​ສະ​ໄໝ​ລາດ​ຊະ​ວົງ ​ຊິງ (1916 – 1911) ​ພັດບໍ່​ໄດ້​ແຕ້ມ ແລະ ບັນ​ທຶກ​ບັນ​ດາ​​ໝູ່ເກາະ​ຢູ່ ​ທະ​ເລ​ຕາ​ເວັນ​ອອກ. ກົງ​ກັນ​ຂ້າມ, ບັນ​ດາ​ແຜນ​ທີ່​ທາງ​ການ​ຂອງ ຈີນ ຫຼາຍ​ແຜ່ນແຕ່​ສະ​ໄໝ​ລາດ​ຊະ​ວົງ ​ຫງວຽນ, ມິນ ຕະຫຼອດ​ຮອດ ຊິງ ໃນ​ນັ້ນ​ມີ​ແຜນ​ທີ່​ທາງ​ການ​ໄດ້​ຮັບ​ການ​ພິມ​ຈຳ​ໜ່​າຍ​ເມື່ອ​ປີ 1905, ໄດ້​ພິມ​ຈຳ​ໜ່າຍ​ຄືນ​ໃໝ່​ເມື່ອ​ປີ 1910 ໄດ້​ແຕ້ມ​ຕອນ​ດິນ​ໃຕ້​ສຸດ​ຂອງ ຈີນ ແມ່ນ​ເກາະ ໄຫ​ໜານ.

        ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, 27 ບົດ​ທາບ​ທາ​ມ​ຄວາມ​ເຫັນ​ໄດ້​ແນະ​ນຳ, ມີຫຼາຍ​ເນື​້ອ​ໃນ​ໄດ້​ຢັ້ງ​ຢືນ​ບົດ​ບາດ, ​ຄວາມ​ຮັບ​ຜິດ​ຊອບຂອງອ​ຳ​ນາດ​ການ​ປົກ​ຄອງ ຫວຽດ​ນາມ ຜ່ານ​ໄລ​ຍະ​ຕ່າງໆ​ສຳ​ລັບ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ, ປະ​ກອບ​ສ່ວນ​ເຮັດ​ແຈ້ງ​ອະ​ທິ​ປະ​ໄຕ ຫວຽດ​ນາມ ໃນ​ປະ​ຫວັດ​ສາດ​ກ່​ວາ, ຈາກນັ້ນ, ປະ​ກອບ​ສ່ວນ​ຍົກ​ສູງ​ສະ​ຕິ​ຮັບ​ຮູ້, ຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ