ອະນຸກຳມະການເອກະສານກົດໝາຍແລະການສື່ສານໂຄສະນາສະພາເລືອກຕັ້ງແຫ່ງຊາດຈັດກອງປະຊຸມຄັ້ງທຳອິດ

ອະນຸກຳມະການເອກະສານກົດໝາຍແລະການສື່ສານໂຄສະນາສະພາເລືອກຕັ້ງແຫ່ງຊາດຈັດກອງປະຊຸມຄັ້ງທຳອິດ - ảnh 1
ທ່ານ​ນາງຮອງປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ
(ພາບ: nhandan.com.vn)

(vovworld) – ​​ ທີ່ວາລະ​ປະຊຸມ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 17/12 ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລືວ ຊີ້​ແຈ້ງວ່າ: ນີ້​ແມ່ນ​ກອງ​ປະຊຸມ​ທຳ​ອິດ​ຂອງ​ອະນຸ​ກຳມະການ​ເອກະສານ​ກົດໝາຍ ​ແລະ ​ການ​ສື່ສານໂຄສະນາ, ​ແມ່ນ​ໜຶ່ງ​ໃນ​ສາມ​ອະນຸ​ກຳມະການ​ຂອງ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ. ກອງ​ປະຊຸມ ​ເພື່ອ​ແນ​ໃສ່​ຕັດ​​ສິນ​ວຽກ​ງານ​ຂອງ​ອະນຸ​ກຳມະການ, ຮັບ​ຟັງ ​ແລະ ປຶກສາ​ຫາລື​ຮ່າງ​ກົດ​ລະບຽບ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ອະນຸ​ກຳມະການ ເອກະ ສານ​ກົດໝາຍ ​ແລະ ການ​ສື່ສານໂຄສະນາ​; ​ແຜນຮ່າງ​​ແບ່ງ​ໜ້າ​ທີ່​ວຽກ​ງານ​​ໃຫ້ບັນດາ​ສະມາຊິກ​ອະນຸ​ກຳມະການ; ຄາດ​ຄະ​ເນ​ບັນດາ​ເອກະສານທີ່ຮັບ​ໃຊ້​​ໃຫ້​ແກ່ການ​ເລືອກ​ຕັ້ງ.

        ​ແລະກໍ​່ໃນ​ວາລະ​ປະຊຸມ, ທ່ານ​ນາງຮອງປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ເໜີ​ບັນດາ​ອົງການມີ​ສ່ວນ​ກ່ຽວຂ້ອງ, ສະມາຊິກ​ຂອງ​ອະນຸ​ກຳມະການ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຊ່ວຍ​ຫົວໜ້າ​ອະນຸ​ກຳມະການ​ໃນ​ວຽກ​ງານ​ຊີ້​ນຳ​ນຳພາ​ລວມຂອງ​ອະນຸ​ກຳມະກາ​ນ…ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ​ ໃສ່​ໃຈ​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ໂຄສະນາ​ກ່ອນ, ​ໃນ ​ແລະ ພາຍຫລັງ​ວັນ​ເລືອກ​ຕັ້ງ. ກົດ​ລະບຽບ​ການເຮັດ​ວຽກ​ຂອງ​ອະນຸ​ກຳມະການ​ເອ​ກະສາ​ນກົດໝາຍ ​ແລະ ​ໃນ​ການສື່​ສານ​ໂຄສະນາ​ ຄວນ​ຊີ້​ແຈ້ງ​ຄວາມ​ຮັບຜິດຊອບ​ໜ້າ​ທີ່ສົມທົບ​ກັນ​ລະຫວ່າງ​ບັນດາ​ອົງການ​ກ່ຽວຂ້ອງ ​ເພື່ອ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ.

ຂ່າວ/ບົດ​ອື່ນ