ອະນຸມັດຜ່ານແຜນກຳນົດເຄືອຂ່າຍສາທາລະນະສຸກ 2021 – 2030, ວິໄສທັດຮອດປີ 2050

(VOVWORLD) - ວິໄສທັດຮອດປີ 2050, ເຄືອຂ່າຍສາທາລະນະສຸກຈະສ້າງຕັ້ງບາງຮາກຖານການແພດທັນສະໄໝທຽບເທົ່າກັບສາກົນ
ອະນຸມັດຜ່ານແຜນກຳນົດເຄືອຂ່າຍສາທາລະນະສຸກ 2021 – 2030, ວິໄສທັດຮອດປີ 2050 - ảnh 1(ພາບປະກອບ: TTXVN)

        ໂດຍຕາງໜ້າໃຫ້ນາຍົກລັດຖະມົນຕີ, ວັນທີ 27 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຊັນຂໍ້ຕົກລົງຂອງນາຍົກລັດຖະມົນຕີ ອະນຸມັດຜ່ານການແຜນກຳນົດເຄືອຂ່າຍສາທາລະນະສຸກໄລຍະ 2021 – 2030, ວິໄສທັດຮອດປີ 2050.

        ແຜນກຳນົດໄດ້ວາງເປົ້າໝາຍສູ້ຊົນຮອດປີ 2050 ບັນລຸອັດຕາມີຕຽງນອນຄົນເຈັບ 33 ຕຽງ, ທ່ານໝໍ 15 ຄົນ, ແພດການຢາ 3,4 ຄົນ ແລະ ພະຍາບານ 25 ຄົນໃນຈຳນວນປະຊາຊົນ 10.000 ຄົນ. ຮອດປີ 2030 ບັນລຸອັດຕາມີຕຽງນອນຄົບເຈັບ 35 ຕຽງ, ທ່ານໝໍ 19 ຄົນ, ແພດການຢາ 4,0 ຄົນ ແລະ ພະຍາບານ 33 ຄົນ ໃນຈຳນວນປະຊາຊົນ 10.000 ຄົນ, ອັດຕາຕຽງນອນຄົນເຈັບຂອງໂຮງໝໍເອກະຊົນບັນລຸ 15% ໃນຈຳນວນຕຽງນອນຄົນເຈັບ.

        ວິໄສທັດຮອດປີ 2050, ເຄືອຂ່າຍສາທາລະນະສຸກຈະສ້າງຕັ້ງບາງຮາກຖານການແພດທັນສະໄໝທຽບເທົ່າກັບສາກົນ; ສ້າງຂະແໜງອຸດສາຫະກຳການຢາຢູ່ພາຍໃນປະເທດໃຫ້ກາຍເປັນສູນຜະລິດຢາມີຄຸນນະພາບສູງ. ສູ້ຊົນໃຫ້ມີຕຽງນອນຄົນເຈັບ 45 ຕຽງ, ທ່ານໝໍ 35 ຄົນ, ແພດການຢາ 4,5 ຄົນ ແລະ ພະຍາບານ 90 ຄົນໃນຈຳນວນປະຊາຊົນ 10.000 ຄົນ; ອັດຕາຕຽງນອນຄົນເຈັບຂອງໂຮງໝໍເອກະຊົນບັນລຸ 25% ຈຳນວນຕຽງນອນຄົນເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ