ອະນຸມັດຜ່ານແຜນຮ່າງຮ່ວມມືສາກົນກ່ຽວກັບການພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ປະກາດໃຊ້ຂໍ້ຕົກລົງອະນຸມັດຜ່ານແຜນຮ່າງຮ່ວມມືສາກົນກ່ຽວກັບການພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງ ຮອດປີ 2030.

ເປົ້າໝາຍຂອງແຜນຮ່າງດັ່ງກ່າວແມ່ນເພື່ອແນໃສ່ຊຸກຍູ້ຄວາມຄົບຊຸດ, ເປັນຈຸດສຸມຂອງບັນດາການເຄື່ອນໄຫວຮ່ວມມືສາກົນກ່ຽວກັບການພັດທະນາເສດຖະກິດທະເລແບບຍືນຍົງ ເພື່ອແນໃສ່ລະດົມ, ນຳໃຊ້ບັນດາແຫຼ່ງກຳລັງ, ພູມປັນຍາ, ບົດຮຽນຢ່າງມີປະສິດທິຜົນ ແລະ ຍາດແຍ່ງເອົາການສະໜັບສະໜູນຈາກບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມມືໃຫ້ໄດ້ຢ່າງສຸດຂີດ, ປະກອບສ່ວນປະຕິບັດບັນດາທັດສະນະ, ເປົ້າໝາຍ, ແຜນນະໂຍບາຍໃຫຍ່, ຂອດບຸກທະລຸໃຫ້ສຳເລັດ.

        ແຜນຮ່າງມີບັນດາໜ້າທີ່ກ່ຽວກັບການຮ່ວມມືສາກົນຄື: ພັດທະນາເສດຖະກິດທະເລ, ເຂດແຄມທະເລ; ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວັດທະນະທຳທະເລ; ປົກປັກຮັກສາທະເລ, ປ້ອງກັນຫຼີກລ້ຽງໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ; ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ການຖະແຫຼງຂ່າວ,ໂຄສະນາ…

ຕອບກັບ

ຂ່າວ/ບົດ​ອື່ນ