ອະນຸລັກຮັກສາ, ບູລະນະປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ ເງະອານ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫາກໍ່ໃຫ້ສັດຕະຍາບັນໜ້າທີ່ສ້າງແຜນການສັງລວມການອະນຸລັກຮັກສາ, ບູລະນະປະຕິສັງຂອນ ແລະ ເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານລະດັບຊາດພິເສດເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ ກິມລຽນ, ເມືອງ ນາມດານ ແຂວງ ເງະອານ.
ອະນຸລັກຮັກສາ, ບູລະນະປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ ເງະອານ - ảnh 1 ອະນຸລັກຮັກສາ, ບູລະນະປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ ເງະອານ (ພາບ: VGP)

ຕາມນັ້ນແລ້ວ ການອະນຸລັກຮັກສາປູຊະນີຍະສະຖານລະດັບຊາດພິເສດເຂດອະນຸສອນສະຖານປະທານ ໂຮ່ຈີມິນ ແນໃສ່ເຊີດຊູຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ; ເສີມຂະຫຍາຍຄຸນຄ່າ ເພື່ອໃຫ້ປູຊະນີຍະສະຖານກາຍເປັນສະຖານທີ່ສຶກສາມູນເຊື້ອຮັກຊາດປະຕິວັດ, ກຸ່ມປູຊະນີຍະສະຖານວັດທະນະທຳ - ປະຫວັດສາດທີ່ຕິດພັນກັບຈຸດທີ່ເປັນເອກະລັກສະເພາະພົ້ນເດັ່ນຂອງເມືອງ ນາມດານ ແລະ ແຂວງ ເງະອານ.

ຕອບກັບ

ຂ່າວ/ບົດ​ອື່ນ