ອະນຸລັກຮັກສາອາຊີບຊ່າງໄມ້ ກິມບົ່ງ, ໂຮ້ຍອານ

(VOVWORLD) -ພິທີດັ່ງກ່າວໄດ້ວາດພາບການເຄື່ອນໄຫວສະແດງອາຊີບຊ່າງໄມ້, ຕ່ຳສາດ, ການສ້ອມແປງ ຕໍ່ກ່ຳປັ່ນ, ພ້ອມກັບບັນດາການລະຫຼິ້ນພື້ນເມືອງ…
ອະນຸລັກຮັກສາອາຊີບຊ່າງໄມ້ ກິມບົ່ງ, ໂຮ້ຍອານ - ảnh 1(ບ້ານອາຊີບຊ່າງໄມ້ ກິມບົ່ງ)

        ວັນທີ 02 ກຸມພາ, ຢູ່ນະຄອນ ໂຮ້ຍອານ, ປະຊາຊົນນະຄອນ ໂຮ້ຍອານ, ແຂວງ ກວາງນາມ ໄດ້ຈັດພິທີບູຊາໝູ່ບ້ານອາຊີບຊ່າງໄມ້ ກິມບົ່ງ ຄົບຮອບອາຍຸ 500 ປີ. ພິທີດັ່ງກ່າວໄດ້ວາດພາບການເຄື່ອນໄຫວສະແດງອາຊີບຊ່າງໄມ້, ຕ່ຳສາດ, ການສ້ອມແປງ ຕໍ່ກ່ຳປັ່ນ, ພ້ອມກັບບັນດາການລະຫຼິ້ນພື້ນເມືອງ… ການເຄື່ອນໄຫວດັ່ງກ່າວໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ. ທ່ານ ຫງວຽນວັນແລັງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ້ຍອານ, ແບ່ງປັນວ່າ:

        “ພິທີບູຊາໝູ່ບ້ານອາຊີບຊ່າງໄມ້ ກິມບົ່ງ ປີນີ້ແມ່ນບາດກ້າວເລີ່ມຕົ້ນ ແລະ ພວກຂ້າພະເຈົ້າມີແນວຄິດສ້າງງານບຸນບ້ານໃຫ້ມີຂອບຂະໜາດ ແລະ ດຶງດູດກວ່າ. ຜ່ານງານບຸນບ້ານນີ້ ຈະຊ່ວຍໃຫ້ອຳນາດການປົກຄອງ ກໍຄືບັນດາວິສາຫະກິດ ແລະ ປະຊາຊົນ ພ້ອມກັນຮ່ວມແຮງຮ່ວມໃຈເພື່ອຟື້ນຟູໝູ່ບ້ານອາຊີບທີ່ເປັນມູນເຊື້ອ, ຟື້ນຟູເຂດໝູ່ບ້ານຊ່າງໄມ້ ກິມບົ່ງ, ເຮັດໃຫ້ຜະລິດຕະພັນທ່ອງທ່ຽວຂອງໝູ່ບ້ານອາຊີບ ກິມບົ່ງ ມີສະຖຽນລະພາບ ແລະ ຍືນຍົງກວ່າ”.

        ເດືອນ ພິຖຸນາ 2016, ຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຮັບການຮັບຮອງອາຊີບຊ່າງໄມ້ ກິມບົ່ງ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ