ອາກເມເນຍ ແລະ ອາແຊັກໄບຊານ ບັນລຸຂໍ້ຕົກລົງກ່ຽວກັບເຂດຊາຍແດນທີ່ຂັດແຍ້ງກັນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashinyan ຕີລາຄາວ່າ, ຂໍ້ຕົກລົງດັ່ງກ່າວແມ່ນ “ຂີດໝາຍສຳຄັນ”.
ອາກເມເນຍ ແລະ ອາແຊັກໄບຊານ ບັນລຸຂໍ້ຕົກລົງກ່ຽວກັບເຂດຊາຍແດນທີ່ຂັດແຍ້ງກັນ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 16 ພຶດສະພາ, ກະຊວງການຕ່າງປະເທດ ອາກເມເນຍ ແລະ ກະຊວງການຕ່າງປະເທດ ອາແຊັກໄບຊານ ໄດ້ຍົກອອກຖະແຫຼງການໂດຍຊີ້ແຈ້ງວ່າ, ຄະນະກຳມະການຂີດຂັ້ນຊາຍແດນຂອງ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບບັນດາເຂດເສັ້ນຊາຍແດນລວມທີ່ເກີດການຂັດແຍ້ງກັນ ໂດຍອີງໃສ່ແຜນທີ່ໃນສະໄໝ ໂຊວຽດ. ນີ້ແມ່ນບາດກ້າວໃໝ່ເພື່ອມຸ່ງໄປເຖິງການຫັນການພົວພັນລະຫວ່າງ 2 ຝ່າຍເປັນປົກກະຕິ.

        ກ່າວຄຳເຫັນທີ່ກອງປະຊຸມຄະນະລັດຖະບານໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashinyan ຕີລາຄາວ່າ, ຂໍ້ຕົກລົງດັ່ງກ່າວແມ່ນ “ຂີດໝາຍສຳຄັນ”. ນີ້ແມ່ນຄັ້ງທຳອິດນັບແຕ່ເມື່ອໄດ້ຮັບຄວາມເປັນເອກະລາດປີ 1991, ອາກເມເນຍ ໄດ້ຈັດແບ່ງເສັ້ນຊາຍແດນຢ່າງເປັນທາງການ ແລະ ສິ່ງດັ່ງກ່າວແມ່ນເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບໃຫ້ແກ່ປະເທດຊາດ. ທ່ານກໍ່ໃຫ້ຮູ້ວ່າ, ອາກເມເນຍ ຈະກໍ່ສ້າງບັນດາເສັ້ນທາງໃໝ່ຢູ່ເຂດດັ່ງກ່າວໃນຮອບເວລາ 2- 3 ເດືອນ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ