ອ່າງເກັບກຳມັນຕະພາບລັງສີແຫ່ງໃໝ່ ຂອງຍີ່ປຸ່ນ ຢູ່ Fukushima ຖືກຮົ່ວໄຫຼ

ອ່າງເກັບກຳມັນຕະພາບລັງສີແຫ່ງໃໝ່ ຂອງຍີ່ປຸ່ນ ຢູ່ Fukushima ຖືກຮົ່ວໄຫຼ - ảnh 1

ໂຮງງານ​ໄຟຟ້າ​ຢູ່ Fukushima

(ພາບ:thanhnien.com.vn)

(vovworld)-  ວັນ​ທີ 7/4, ບໍ​ລິ​ສັດ​ໄຟຟ້າ​ໂຕ​ກຽວ (TEPCO) ຜູ້​ບໍລິຫານ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ  Fukushima ​ເລກ 1 ​ໃຫ້​ຮູ້​ວ່າ: ນ້ຳຕິດທກຳ​ມັນ​ຕະພາບ​ລັງສີ​ອາດຊືມ​ເຂົ້າດິນ​ຍ້ອນ​ອ່າງບັນຈຸ​ຂອງ​ໂຮງງານ​ແຫ່ງ​ນີ້​ຖືກ​ຮົ່ວ​ໄຫຼ. ນີ້​ແມ່ນ​ຄົ້ນພົບ​ຫຼ້າ​ສຸດ​ໃນ​ບັນດາ​​ເຫດການ​ຂອງ​ໂຮງງານ​ທີ່​ເຄີຍ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຍ້ອນ​ໄພພິບັດ​ແຫ່ນ​ດິນ​ໄຫວ ​ແລະ ຄື້ນຟອງ​ທະ​ເລ​ທີ່​ຮ້າຍ​ແຮງ​ເມື່ອ​ເດືອນ 3/2011. ການ​ຮົ່ວ​ໄຫຼ​ທີ່​ຫາ​ກໍ່​ໄດ້​ຮັບ​ການຄົ້ນພົບ​​ໃນ​ເວລາ 1 ວັນ​ພາຍຫຼັງ​ທີ່ບໍ​ລິ​ສັດ​ໄຟຟ້າ​ໂຕ​ກຽວ (TEPCO) ປະກາ​ດມີນ້ຳ 120 ​ໂຕນ​ຖືກ​ມົນ​ລະ​ພິດ​ອາດ​ຈະ​ຖືກ​ຮົ່ວໄຫຼ​ຈາກ​ອ່າງ​ບັຈຸໃຕ້​ດິນຢູ່​ໂຮງງານ Fukushima ​ເລກ 1. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບໍ​ລິ​ສັດ​ໄຟຟ້າ​ໂຕ​ກຽວ (TEPCO) ຖື​ວ່າ: ປະລິມານ​ນ້ຳທີ່​ຕິດ​ກຳ​ມັນ​ຕະພາບ​ລັງສີ​ບໍ່​ອາດ​ໄຫຼ​ອອກ​ສູ່​ທະ​ເລ​ໄດ້.

 

 

ຂ່າວ/ບົດ​ອື່ນ