ອາຊີ ໄດ້ຮັບການຄາດຄະເນວ່າບັນລຸລະດັບການເຕີບໂຕເສດຖະກິດແຖວໜ້າຂອງໂລກ

(VOVWORLD) - ນີ້ແມ່ນຂໍ້ສະຫລຸບໃນບົດລາຍງານທີ່ມີຫົວຂໍ້ວ່າ “ບົດລາຍງານປະຈຳປີກ່ຽວກັບກຳລັງແກ່ງແຍ້ງຂອງ ອາຊີ ໃນປີ 2018”

ອາຊີ ໄດ້ຮັບການຄາດຄະເນວ່າບັນລຸລະດັບການເຕີບໂຕເສດຖະກິດແຖວໜ້າຂອງໂລກ - ảnh 1

ການປະຊຸມຂ່າວໃນຂອບເຂດກອງປະຊຸມປະຈຳປີຂອງເວທີປາໄສ ອາຊີ ປົວຢ໋າວ, ຊຶ່ງຖືກຈັດຕັ້ງໃນແຂວງ ໄຮ໋ໜານ, ທາງພາກໃຕ້ ປະເທດ ຈີນ 

(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

ອາຊີ ພວມຮັກສາລະດັບເຕີບໂຕເປັນປົກກະຕິ ແລະ ຄາດວ່າຈະນຳໜ້າໂລກກ່ຽວກັບການພັດທະນາເສດຖະກິດໃນສະພາບການຟື້ນຕົວຂອງບັນດາພື້ນຖານເສດຖະກິດໃຫຍ່ທີ່ຍັງອ່ອນແອ. ນີ້ແມ່ນຂໍ້ສະຫລຸບໃນບົດລາຍງານທີ່ມີຫົວຂໍ້ວ່າ “ບົດລາຍງານປະຈຳປີກ່ຽວກັບກຳລັງແກ່ງແຍ້ງຂອງ ອາຊີ ໃນປີ 2018”, ປະກາດໃນການປະຊຸມຂ່າວໃນຂອບເຂດກອງປະຊຸມປະຈຳປີຂອງເວທີປາໄສ ອາຊີ ປົວຢ໋າວ, ຊຶ່ງຖືກຈັດຕັ້ງໃນແຂວງ ໄຮ໋ໜານ, ທາງພາກໃຕ້ ປະເທດ ຈີນ.

        ບົດລາຍງານຕີລາຄາວິວັດທະນາການເຊື່ອມໂຍງດ້ານເສດຖະກິດ ອາຊີ ບັນລຸໄດ້ຫຼາຍຄວາມກ້າວໜ້າຢ່າງວ່ອງໄວ, ແລະ ເລື່ອງສົມທົບກັນປະຕິບັດຍຸດທະສາດແຫ່ງການພັດທະນາການຕະຫຼາດສາກົນລວມລະຫວ່າງບັນດາພື້ນຖານເສດຖະກິດຈະສືບຕໍ່ນຳມາເຊິ່ງທ່າແຮງແຫ່ງການພັດທະນາຫຼາຍຢ່າງ, ກໍ່ຄືຮັບປະກັນບັນດາພື້ນຖານເສດຖະກິດ ອາຊີ ທີ່ກ່ຽວຂ້ອງເປັນປົກກະຕິກ່ວາ ແລະ ພັດທະນາດີກ່ວາໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ