ອາຊີຕາເວັນອອກສ່ຽງໃຕ້ ຕ້ອງລົງທຶນຈຳນວນເງິນ 210 ຕື້ USD/ປີ ໃສ່ຂົງເຂດພະລັງງານຜະລິດຄືນໃໝ່

(VOVWORLD) -ໃນໄລຍະຍາວ ບັນດາປະເທດຕ້ອງລົງທຶນຈຳນວນເງິນສະເລ່ຍ 210 ຕື້ USD/ປີ ເຂົ້າຂົງເຂດພະລັງງານຜະລິດຄືນໃໝ່, ສະມັດຕະພາບພະລັງງານ ແລະ ເພື່ອໜູນຊ່ວຍເຕັກໂນໂລຊີ
ອາຊີຕາເວັນອອກສ່ຽງໃຕ້ ຕ້ອງລົງທຶນຈຳນວນເງິນ 210 ຕື້ USD/ປີ ໃສ່ຂົງເຂດພະລັງງານຜະລິດຄືນໃໝ່ - ảnh 1ລົງທຶນເຂົ້າຂົງເຂດພະລັງງານຜະລິດຄືນໃໝ່ປະກອບສ່ວນຕ້ານການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກ
(ພາບປະກອບ: AFP/TTXVN)

        ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຕ້ອງເພີ່ມເງິນລົງທຶນໃນແຕ່ລະປີຂຶ້ນທົບ 2 ເທົ່າໃສ່ການເຄື່ອນໄຫວຜະລິດພະລັງງານຜະລິດຄືນໃໝ່ ເພື່ອຍູ້ໄວລະດັບຫັນປ່ຽນພະລັງງານ ແລະ ຕອບສະໜອງບັນດາເປົ້າໝາຍກ່ຽວກັບອາກາດ. ຕາມບົດລາຍງາຍຂອງອົງການພະລັງງານຜະລິດຄືນໃໝ່ສາກົນ (IRENA) ປະກາດໃນວັນທີ 19 ກັນຍາ, ໃນໄລຍະຍາວ ບັນດາປະເທດຕ້ອງລົງທຶນຈຳນວນເງິນສະເລ່ຍ 210 ຕື້ USD/ປີ ເຂົ້າຂົງເຂດພະລັງງານຜະລິດຄືນໃໝ່, ສະມັດຕະພາບພະລັງງານ ແລະ ເພື່ອໜູນຊ່ວຍເຕັກໂນໂລຊີ ແລະ ພື້ນຖານໂຄງລ່າງໃນໄລຍະແຕ່ນີ້ຮອດປີ 2050, ປະກອບສ່ວນຕ້ານການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກ. ບົດລາຍງານຊີ້ແຈ້ງວ່າ ຍອດເງິນລົງທຶນອາດຈະຂຶ້ນເຖິງ 6.000 ຕື້ USD ຮອດປີ 2050. ບັນດາກາລະໂອກາດລົງທຶນລວມມີ: ການລົງທຶນເຂົ້າພະລັງງານຜະລິດຄືນໃໝ່, ເຊື້ອເພີງຊີວະພາບ, ສະມັດຕະພາບພະລັງງານ, hydrogen… ດ້ວຍເລື່ອງລົງທຶນໃສ່ພະລັງງານຜະລິດຄືນໃໝ່ຫຼາຍຂຶ້ນນັ້ນ, ຮອດປີ 2050, ອາຊຽນ ອາດສາມາດຫຼຸດລາຍຈ່າຍພະລັງງານ ແລະ ປະຢັດປະມານ 1.500 ຕື້ USD ເຊິ່ງກ່ຽວຂ້ອງເຖິງສຸຂະພາບຂອງມວນມະນຸດ ແລະ ຄວາມເສຍຫາຍດ້ານສິ່ງແວດລ້ອມຍ້ອນການນຳໃຊ້ເຊື້ອເພີວປອສຊິວ.

ຕອບກັບ

ຂ່າວ/ບົດ​ອື່ນ