ອາຊີຕາເວັນອອກສ່ຽງໃຕ້ແຂ່ງຂັນເປີດປະຕູການທ່ອງທ່ຽວກ່ອນທີ່ກ້າວເຂົ້າສູ່ຈຸດສຸດຍອດລະດູການໄປທ່ອງທ່ຽວ

(VOVWORLD) -ໃນສະພາບທີ່ກ້າວເຂົ້າສູ່ຈຸດສຸດຍອດລະດູການໄປທ່ອງທ່ຽວໃນເວລາທ້າຍປີໃກ້ຈະມາຮອດແລ້ວ, ຫຼາຍປະເທດຢູ່ ອາຊີຕາເວັນອອກສ່ຽງໃຕ້ ໄດ້ເລີ່ມສ້າງທິດທາງເປີດປະຕູການທ່ອງທ່ຽວຄືນໃໝ່ ເພື່ອດຶງດູດນັກທ່ອງທ່ຽວສາກົນ.

ໄທ ແມ່ນໜຶ່ງໃນບັນດາປະເທດທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ປະຕິບັດການເປີດປະຕູໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດມາທ່ຽວ ຫາກບໍ່ຕ້ອງປະຕິບັດການແຍກຕົວ. ອິນໂດເນເຊຍ ແມ່ນປະເທດທີ 2 ເປີດປະຕູການທ່ອງທ່ຽວ, ໃນນັ້ນປະເທດນີ້ໄດ້ຕົກລົງຫຼຸດເວລາແຍກຕົວໃຫ້ບັນດາກໍລະນີເຂົ້າເມືອງຈາກ 8 ວັນລົງເຫຼືອພຽງ 5 ວັນ. ຮອດວັນທີ 14 ຕຸລາ, ອິນໂດເນເຊຍ ໄດ້ເປີດປະຕູໃຫ້ແກ່ນັກທ່ອງທ່ຽວສາກົນທີ່ມາຈາກ 19 ປະເທດ ໄປທ່ອງທ່ຽວຢູ່ເກາະ Bali ແລະ ໝູ່ເກາະ Riau. ໃນຂະນະນັ້ນ, ກຳປູເຈຍ ໄດ້ສ້າງ “tour ທ່ອງທ່ຽວປອດໄພ” ບໍ່ຕ້ອງແຍກຕົວ. ນັບແຕ່ວັນທີ 26 ຕຸລາ, ບັນດາ tour ທ່ອງທ່ຽວປອດໄພ (ນັກທ່ອງທ່ຽວໄດ້ສັກວັກຊິນກັນໂຄວິດ-19) ຈະເຄື່ອນໄຫວຢູ່ຫຼາຍແຫ່ງໃນທົ່ວປະເທດ.

        ຄາດວ່າ ຫວຽດນາມ ກໍ່ຈະທົດລອງຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມ ຟຸກວກ ນັບແຕ່ທ້າຍເດືອນ ພະຈິກ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ