ອາຊຽນ 2020: ກອງ​ປະຊຸມ​ອອນ​ລາຍຕາໜ່າງບັນດາ​ສູນ​ຮັກສາ​ສັນຕິພາບ ອາຊຽນ

(VOVWORLD) -        ວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ, ກົມຮັກສາສັນຕິພາບ ຫວຽດນາມ ສັງກັດກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມອອນລາຍຕາໜ່າງບັນດາສູນຮັກສາສັນຕິພາບ ອາຊຽນ (APCN) ດ້ວຍຫົວຂໍ້: “ເພີ່ມທະວີການຮ່ວມມືຕາໜ່າງບັນດາສູນຮັກສາສັນຕິພາບ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19”. 
ອາຊຽນ 2020: ກອງ​ປະຊຸມ​ອອນ​ລາຍຕາໜ່າງບັນດາ​ສູນ​ຮັກສາ​ສັນຕິພາບ ອາຊຽນ - ảnh 1ທ່ານພົນໂທ ຫງວຽນຈິຫວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ  ຫວຽດນາມ ກ່າວຄໍາເຫັນທີກອງປະຊຸມ (ພາບ:vietnamnet.vn) 

ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ສະແດງບົດບາດຕັ້ງໜ້າ, ເປັນເຈົ້າການຂອງປະເທດເຈົ້າພາບຫວຽດນາມ ໃນຖານະເປັນປະເທດປະທານ APCN; ສືບຕໍ່ຮັກສາກໍາລັງໜູນ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາສະມາຊິກ ໃນ APCN ໃນການຮັບມືກັບໂລກລະບາດ, ບໍ່ປະໃຫ້ຄວາມຫຍຸ້ງຍາກເຮັດໃຫ້ການເຄື່ອນໄຫວຂອງຕາໜ່າງຮັກສາສັນຕິພາບຂອງພາກພື້ນຖືກຕັດຕອນ.

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນໂທ ຫງວຽນຈິຫວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສະເໜີບັນດາສະມາຊິກ APCN ພ້ອມກັນແບ່ງປັນປະສົບການ, ບົດຮຽນທີ່ບັນລຸຜົນສໍາເລັດຂອງ ກອງທັບບັນດາປະເທດສະມາຊິກ ໃນບັ້ນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ຖອດຖອນບົດຮຽນສໍາລັບກໍາລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.  

ຕອບກັບ

ຂ່າວ/ບົດ​ອື່ນ