ອາ​ຊຽນ 2020: ຈະ​ຈັດ​ຕັ້ງ​ສັບ​ປະ​ດາ​ສາຍຮູບເງົາ“ຂ່ຳ​ນັບ​ຮັບ​ຕ້ອນ​ປີ​ປະ​ທານ​ອາ​ຊຽນ 2020”

(VOVWORLD) -ສັບປະດາສາຍຮູບເງົາອາຊຽນ 2020 ຄາດວ່າຈະດຳເນີນໃນເດືອນມິຖຸນາຫຼືກໍລະກົດປີ 2020 ຢູ່ບັນດານະຄອນໃຫຍ່ຂອງຫວຽດນາມເປັນຕົ້ນແມ່ນຮ່າໂນ້ຍ, ດ່າໜັງແລະນະຄອນໂຮ່ຈີມິນ
ອາ​ຊຽນ 2020: ຈະ​ຈັດ​ຕັ້ງ​ສັບ​ປະ​ດາ​ສາຍຮູບເງົາ“ຂ່ຳ​ນັບ​ຮັບ​ຕ້ອນ​ປີ​ປະ​ທານ​ອາ​ຊຽນ 2020” - ảnh 1

ສູນສາຍຮູບເງົາແຫ່ງຊາດ ເຊິ່ງເປັນສະຖານທີ່ຄາດວ່າຈະສາຍບັນດາຮູບເງົາໃນສັບປະດາສາຍຮູບເງົາ

(ພາບ: baoquangbinh.vn)

ສັບປະດາສາຍຮູບເງົາອາຊຽນ 2020 ຈະແນະນຳບັນດາຮູບເງົາທີ່ພົ້ນເດັ່ນຂອງບັນດາພື້ນຖານຮູບເງົາຂອງບັນດາປະເທດສະມາຊິກອາຊຽນ. ຕາມນັ້ນແລ້ວ, ແຕ່ລະປະເທດສະມາຊິກອາຊຽນຈະເລືອກເອົາຮູບເງົາ 1 ເລື່ອງເພື່ອເຂົ້າຮ່ວມສັບປະດາສາຍຮູບເງົາອາຊຽນ 2020. ບັນດາຮູບເງົາໄດ້ຮັບການຄັດເລືອກມາສາຍໃນສັບປະດາດັ່ງກ່າວຈະ ຕ້ອງສະແດງໃຫ້ເຫັນ ສີສັນວັດທະນະທຳ, ເອກະລັກສະເພາະແລະຄວາມງາມທຳມະຊາດ, ຊີວິດສັງຄົມ, ປະຊາຊົນຂອງບັນດາປະເທດສະມາຊິກອາຊຽນ.

ສັບປະດາສາຍຮູບເງົາອາຊຽນຈະປະກອບສ່ວນເຂົ້າໃນການໂຄສະນາ, ກຳນົດທິດສັງຄົມ, ຊຸກຍູ້ບັນດາຄຸນຄ່າທີ່ດີງາມຂອງຊາວຫວຽດນາມ “ຮັກແພງແຂກຄົນ, ມີຄວາມປອງດອງ, ສາຍຈິດມິດໃຈ”

ຕອບກັບ

ຂ່າວ/ບົດ​ອື່ນ