ອາຊຽນ 2020: ສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມຮ່ວມມືດ້ານການຄ້າເປີດກວ້າງລະຫວ່າງຫວຽດນາມແລະອາເມລິກາ

(VOVWORLD) -ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການເຈລະຈາໂດຍກົງທາງອອນລາຍກັບບັນດາຄູ່ຮ່ວມມືນອກກຸ່ມ, ລວມມີອາເມລິກາ.

ອາຊຽນ 2020: ສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມຮ່ວມມືດ້ານການຄ້າເປີດກວ້າງລະຫວ່າງຫວຽດນາມແລະອາເມລິກາ - ảnh 1 ກອງປະຊຸມທາບທາມຄຳເຫັນລັດຖະມົນຕີເສດຖະກິດອາຊຽນ - ອາເມລິກາ (USTR)

(ພາບ:dangcongsan.vn)

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 52 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ (AEM-52), ຕອນຄ່ຳວັນທີ 27 ສິງຫາ, ໄດ້ດຳເນີນກອງປະຊຸມທາບທາມຄຳເຫັນລັດຖະມົນຕີເສດຖະກິດອາຊຽນ - ອາເມລິກາ (USTR). ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການເຈລະຈາໂດຍກົງທາງອອນລາຍກັບບັນດາຄູ່ຮ່ວມມືນອກກຸ່ມ, ລວມມີອາເມລິກາ. ການເຈລະຈາໂດຍທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະ ທ່ານ Robert Lighthizer, ຜູ້ຕາງໜ້າດ້ານການຄ້າອາເມລິກາ ເປັນປະທານຮ່ວມ.

        ທີ່ການເຈລະຈາ, ບັນດາລັດຖະມົນຕີໄດ້ຮັບຮູ້ຍອດມູນຄ່າແລກປ່ຽນການຄ້າລະຫວ່າງອາຊຽນ ແລະ ອາເມລິກາ ໄດ້ເຕີບໂຕ 12% ໃນປີ 2019. ພ້ອມກັ້ນນັ້ນ, ບັນດາລັດຖະມົນຕີໄດ້ຕີລາຄາສູງຕໍ່ບັນດາບາດກ້າວສຳຄັນໃນວິວັດແຫ່ງການຜັນຂະຫຍາຍ ຂໍ້ຕົກລົງແມ່ນດ້ານການຄ້າ ແລະ ການລົງທຶນໄລຍະ 2019 – 2020 ລະຫວ່າງອາຊຽນ ແລະ ອາເມລິກາ (TIFA) ແລະ ແຜນການກະທຳໃນການປະຕິບັດຂໍ້ລິເລີ່ມຮ່ວມມືດ້ານການຄ້າເປີດກວ້າງ (E3) ລະຫວ່າງ 2 ຝ່າຍ.

        ພອມກັນນັ້ນ, ບັນດາລັດຖະມົນຕີຂອງ 2 ຝ່າຍກໍ່ສະແດງໃຫ້ເຫັນຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບໂລກລະບາດໂຄວິດ-19 ທີ່ໄດ້ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງຊີວິດການເປັນຢູ່ຂອງປະຊາຊົນ ກໍຄືການເຕີບໂຕຂອງເສດຖະກິດໃນທົ່ວໂລກ. ບັນດາລັດຖະມົນຕີໄດ້ເປັນເອກະພາບນຳກັນສືບຕໍ່ນຳໃຊ້ບັນດາມາດຕະການຕັ້ງໜ້າເພື່ອແນໃສ່ຍູ້ແຮງຄວາມສາມາດຟື້ນຟູເສດຖະກິດໃນປະຈຸບັນ ແລະ ພາຍຫຼັງໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ