ອາຊຽນ 2020: ໃຫ້ບຸລິມະສິດໃນການຮັບມືແລະການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19

(VOVWORLD) -ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຕີລາຄາສູງປະຊາຄົມວັດທະນະທຳ-ສັງຄົມກາງໄລຍະການປະຕິບັດແຜນການສັງລວມຂອງປະຊາຄົມຮອດປີ 2025.

ອາຊຽນ 2020: ໃຫ້ບຸລິມະສິດໃນການຮັບມືແລະການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 - ảnh 1

 ກອງປະຊຸມຄັ້ງທີ 24 ຕາມຮູບການອອນລາຍ

(ພາບ: nhandan.com.vn)

ໃຫ້ບຸລິມະສິດໃນການຮັບມື ແລະ ການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ນັ້ນແມ່ນຄຳຢືນຢັນຂອງທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ຮອງປະທານຄະນະກຳມະການແຫ່ງຊາດອາຊຽນ 2020, ປະທານສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ (ASCC) 2020 ທີ່ກອງປະຊຸມຄັ້ງທີ 24 ຕາມຮູບການອອນລາຍ, ໃນວັນທີ 06 ພະຈິກ.

        ໃຫ້ຂໍ້ສັງເກດກ່ຽວກັບໂລກລະບາດໂຄວິດ-19 ທີ່ບໍ່ເຄີຍມີມາກ່ອນ, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງສຸຂະພາບຂອງປະຊາຊົນ, ລະບົບສຸກເສີນສຸຂະພາບ ແລະ ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງທາງດ້ານເສດຖະກິດ, ກໍຄືຫຼາຍແງ່ມູມຂອງສັງຄົມຂອງທຸກໆປະເທດໃນໂລກເວົ້າລວມ ແລະ ອາຊຽນ ເວົ້າສະເພາະ, ທ່ານ ດ່າວງອັກຢຸງ ຊີ້ແຈ້ງວ່າ: ບັນດາສິ່ງທ້າທາຍເຊິ່ງໂລກລະບາດໂຄວິດ-19 ໄດ້ວາງອອກຮຽກຮ້ອງໃຫ້ລັດຖະບານບັນດາປະເທດຕ້ອງຮັບມືກັບສະພາບຮີບດ່ວນ ເພື່ອແນໃສ່ປົກປ້ອງຊີວິດອິນຊີຂອງປະຊາຊົນ, ຮັບປະກັນພື້ນຖານເສດຖະກິດໃຫ້ເປັນປົກກະຕິ ແລະ ຮັບປະກັນຊີວິດສັງຄົມ.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຕີລາຄາສູງປະຊາຄົມວັດທະນະທຳ-ສັງຄົມກາງໄລຍະການປະຕິບັດແຜນການສັງລວມຂອງປະຊາຄົມຮອດປີ 2025.

        ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີໄດ້ອອກຖະແຫຼງການຮ່ວມ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງຕໍ່ເອກະສານ 12 ສະບັບ, ຖະແຫຼງການ, ໃນນັ້ນມີເອກະສານ, ຖະແຫຼງການ 2 ສະບັບຈະໄດ້ຍື່ນສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ເພື່ອໃຫ້ຮັບຮອງເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ