ອາຊຽນ + 3 ມຸ່ງໄປເຖິງຈຸດໝາຍ ສ້າງປະຊາຄົມກ້ວາງໃຫຍ່ກ່ວາ

(VOVWORLD) - ວັນທີ 10 ກັນຍາ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພ້ອມກັບ ປະເທດຄູ່ຮ່ວມເຈລະຈາ ອາຊີຕາເວັນອອກ 3 ປະເທດລວມມີ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຢັ້ງຢືນຄືນໃໝ່ 
ອາຊຽນ + 3 ມຸ່ງໄປເຖິງຈຸດໝາຍ ສ້າງປະຊາຄົມກ້ວາງໃຫຍ່ກ່ວາ - ảnh 1(ພາບປະກອບ) 

ເລື່ອງເພີ່ມທະວີການຮ່ວມມືເສດຖະກິດຫລາຍກ່ວາອີກ ເພື່ອແນໃສ່ສ້າງປະຊາຄົມ ອາຊຽນ + 3 (APT) ໝັ້ນຄົງກ່ວາເກົ່າ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Ceferino Rodolfo ຮອງລັດຖະມົນຕີກະຊວງການຄ້າ ຟີລີບປິນ ໃຫ້ຮູ້ວ່າ: ບັນດາລັດຖະມົນຕີ ອາຊຽນ +3 ໄດ້ວາງຈຸດໝາຍກ້ວາງໃຫຍ່ກ່ວາ ແນໃສ່ສ້າງປະຊາຄົມ ອາຊຽນ + 3 ໝັ້ນຄົງກ່ວາໃນໄລຍະຍາວ. ໃນແຈ້ງການສະບັບໜຶ່ງ, ທ່ານ Ramon Lopez ລັດຖະມົນຕີກະຊວງການຄ້າ ຟີລີບປິນ ໃຫ້ຮູ້ວ່າ: ບັນດາລັດຖະມົນຕີ ອາຊຽນ ຊົມເຊີຍບັນດາຄວາມມານະພະຍາຍາມຂອງສະພາດຳເນີນທຸລະກິດ ອາຊີຕາເວັນອອກ (EABC) ໃນການຊ່ວຍເຫຼືອບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍໃນພາກພື້ນ ຍາດແຍ່ງກາລະໂອກາດດ້ານການຄ້າເອເລັກໂຕນິກ, ຊອກຫາວິທີດຳເນີນທຸລະກິດໃໝ່ ແລະ ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ.

        ຟີລີບປິນ ດ້ວຍຖານະເປັນປະທານໝູນວຽນຂອງ ອາຊຽນ ໃນປີນີ້, ພວມຈັດຕັ້ງກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ (AEM) ຄັ້ງທີ 49 ພ້ອມດ້ວຍບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫລວງ ມານີລາ ແຕ່ວັນທີ 07 – 10 ກັນຍາ ແນໃສ່ເພີ່ມທະວີການພົວພັນເສດຖະກິດ ແລະ ການເຊື່ອມໂຍງດ້ານການຄ້າກໍ່ຄືການລົງທຶນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ