ອາ​ຊຽນ ກຽມ​ພ້ອມ​ກັບ​ຕໍ່​ເສັ້ນ​ທາງ​ໃໝ່​ໃນ​ປີ 2024

(VOVWORLD) - ວັນທີ 28 ມັງກອນ ຢູ່ຫຼວງພະບາງ, ໄດ້ດຳເນີນກອງປະຊຸມຈັດກຽມບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ເພື່ອສຳຫຼວດກວດຄືນ ແລະ ສຳເລັດວຽກງານກະກຽມໃຫ້ແກ່ກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດ ອາຊຽນ. ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຮັກສາການຫົວໜ້າ SOM ASEAN  ຫວຽດນາມ, ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ອາ​ຊຽນ ກຽມ​ພ້ອມ​ກັບ​ຕໍ່​ເສັ້ນ​ທາງ​ໃໝ່​ໃນ​ປີ 2024 - ảnh 1ກອງປະຊຸມຈັດກຽມບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ (ພາບ: VOV)

ທີ່ກອງປະຊຸມ, ບັນດາປະເທດໄດ້ຕີລາຄາສູງວຽກງານກະກຽມຢ່າງລອບຄອບຖີ່ຖ້ວນຂອງ ລາວ ສຳລັບກອງປະຊຸມລັດຖະມົນຕີຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັບ ລາວ ຢ່າງແໜ້ນແຟ້ນ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມເວົ້າສະເພາະ ແລະ ຂອງປີປະທານ ອາຊຽນ 2024 ເວົ້າລວມ, ກໍຄືປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືໃນ ອາຊຽນ ຕື່ມອີກ. ຫົວໜ້າ SOM ASEAN ບັນດາປະເທດ ໄດ້ແລກປ່ຽນກ່ຽວກັບບາງບັນຫາທີ່ພວມໄດ້ຮັບຄວາມສົນໃຈໃນອາຊຽນ ກໍຄືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມການຮ່ວມມື ອາຊຽນ ປີ 2024 ບົນເນື້ອໃນຈິດໃຈເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ມີໄຫວພິບ ແລະ ຫົວຄິດປະດິດສ້າງ, ສົມທົບກັນຢ່າງແໜ້ນແຟ້ນກັບລາວ ແລະ ບັນດາປະເທດ ຮັກສາ ແລະ ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ປະກອບສ່ວນປັບປຸງຄວາມສາມັກຄີ, ເປັນເອກະພາບ, ບົດບາດເປັນໃຈກາງ ແລະ ຍົກສູງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ ຕໍ່ໜ້າການຜັນແປໃໝ່ຂອງໂລກ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ