ອາ​ຊຽ​ນ ຊຸກ​ຍູ້​ການ​ພົວ​ພັນ​ການ​ຄ້າ ແລະ ການ​ລົງ​ທຶນ ກັບ ລັດ Veracruz ຂອງ ເມັກ​ຊີ​ໂກ

(VOVWORLD) -ທີ່ບັນດາການພົບປະ, ເຈົ້າໜ້າທີ່ທ້ອງຖິ່ນ ລ້ວນແຕ່ຕີລາຄາສູງຄວາມອາດສາມາດໃນການເພີ່ມທະວີການຮ່ວມມືໃນທຸກດ້ານກັບ ອາຊຽນ, ພິເສດແມ່ນ ເສດຖະກິດ, ການຄ້າ, ການລົງທຶນ ແລະ ພະລາທິການ ທ່າກ່ຳປັ່ນທະເລ
ອາ​ຊຽ​ນ ຊຸກ​ຍູ້​ການ​ພົວ​ພັນ​ການ​ຄ້າ ແລະ ການ​ລົງ​ທຶນ ກັບ ລັດ Veracruz ຂອງ ເມັກ​ຊີ​ໂກ - ảnh 1ກອງປະຊຸມຂອງຄະນະຜູ້ແທນ ACMC ກັບສະພາວິສາຫະກິດ ລັດ Veracruz (ພາບ: TTXVN )

ໃນລະຫວ່າງວັນທີ 24 – 27 ພຶດສະພາ, ຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ (ACMC), ໄດ້ສົມທົບກັບສະພາວິສາຫະກິດ ເມັກຊີໂກ ກ່ຽວກັບການຄ້າຕ່າງປະເທດ, ການລົງທຶນ ແລະ ເຕັກໂນໂລຢີ (COMCE), ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລັດ Veracruz , ເພື່ອແນໃສ່ຊຸກຍູ້ການພົວພັນໃນທຸກດ້ານກັບທ້ອງຖິ່ນ, ພິເສດແມ່ນໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກຳ ແລະ ທ່າກ່ຳປັນທະເລ. ຝ່າຍຄະນະຜູ້ແທນ ອາຊຽນ ປະຈຳ ເມັກຊີໂກ, ລວມມີ: ຜູ້ຕາງໜ້າຂອງອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ ໄດ້ມີການເຮັດວຽກກັບ ທ່ານຜູ້ວ່າການລັດ Cuitláhuac Gracía Jiménez ແລະ ບັນດາເຈົ້າໜ້າທີ່ທ້ອງຖິ່ນ ໃນບັນດາຂົງເຂດພັດທະນາເສດຖະກິດ ແລະ ທ່າກ່ຳປັ່ນທະເລ, ການທ່ອງທ່ຽວ, ກະສິກຳ, ການຄ້າຕ່າງປະເທດ ແລະ ອຸດສາຫະກຳ ຢູ່ ນະຄອນ Xalapa. ທີ່ບັນດາການພົບປະ, ເຈົ້າໜ້າທີ່ທ້ອງຖິ່ນ ລ້ວນແຕ່ຕີລາຄາສູງຄວາມອາດສາມາດໃນການເພີ່ມທະວີການຮ່ວມມືໃນທຸກດ້ານກັບ ອາຊຽນ, ພິເສດແມ່ນ ເສດຖະກິດ, ການຄ້າ, ການລົງທຶນ ແລະ ພະລາທິການ ທ່າກ່ຳປັ່ນທະເລ, ຜ່ານນັ້ນຊ່ວຍໃຫ້ລັດ Veracruz ເວົ້າສະເພາະ ແລະ ເມັກຊີໂກ ເວົ້າລວມຫັນ ຕະຫຼາດສົ່ງອອກເປັນຫຼາຍຮູບແບບ ແລະ ດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ