ອາຊຽນ ຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວ

ອາຊຽນ ຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວ - ảnh 1
(ພາບປະກອບ)

(vovworld) -  ​ແຕ່​ວັນ​ທີ 16 – 23/01, ຢູ່ Kuching, ລັດ Sarawak, ປະ​ເທດ​ມຽນມາ, ​ໄດ້​ດຳ​ເນີນ​ກອງ​ປະ​ຊຸມ​ລັດຖະມົນຕີ​​ທ່ອງ​ທ່ຽວ​ອາ​ຊຽນ ຄັ້ງ​ທີ 17 (AFT 2014) ດ້ວຍ​ຫົວ​ຂໍ້​ວ່າ “ອາ​ຊຽນ - ພ້ອມ​ກັນຊຸກຍູ້​ພັດທະນາ​ການທ່ອງທ່ຽວ”, ກອງ​ປະຊຸມ​ລັດຖະມົນຕີ​ທ່ອງທ່ຽວ​ອາ​ຊຽນ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ, ​ເວທີ​ປາ​ໄສ​ການທ່ອງ​ທ່ຽງ​ອາ​ຊຽນ ​ແລະ ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ Travex. ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່​ອງ​ທ່ຽວຫວຽດນາມ ​ໂຮ່​ແອ​ງຕ໋ວນ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມດັ່ງກ່າວ.

        ​ໃນ​ຖະ​ແຫຼ​ງການ​ຮ່ວມສິ້ນສຸດ​ກອງ​ປະຊຸມ AFT 17 ​ແລະ ກອງ​ປະຊຸມ​ລັດຖະມົນຕີທ່ອງທ່ຽວ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ ຄັ້ງ​ທີ 13 ​ຖືກ​ຈັດ​ຂຶ້ນໃນ​ວັນ​ທີ 20/01, ບັນດາ​ລັດຖະມົນຕີ​ທ່​ອງທ່ຽວ​ອາ​ຊຽນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ຕິດຕາມກວດກາ​ເລື່ອງ​ປະຕິບັດ​ບັນດາ​ມາດ​ຕະການ​ທີ່​ຍັງ​ເຫຼືອ​ ເພື່ອ​ມີ​ການ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ປີ 2015 ຢ່າງ​ຫັນ​ການ. ບັນດາ​ລັດຖະມົນຕີ​ທ່ອງທ່ຽວ​ອາ​ຊຽນ ​ໃຫ້​ຂໍ້​ສັງ​ເກດ​ວ່າ​ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຍັງ​ແມ່ນ​ຈຸດ​ນັບ​ພົບ​ອັນ​ດູດ​ດື່ມ​ສຳລັບ​​ແຂ​ກທ່ອງ​ທ່ຽວ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​​ໄລ​ກ, ​ໃນ​ຂະນະ​ທີ່​ປີ 2013 ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ 90,2 ລ້ານທ້ຽວຄົນ, ​ເພື່​ມຂຶ້ນ 12% ​​ເມື່ອ​ທຽບ​ໃສ່​ປີ 2012. ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ໄດ້​ຮັບຮອງ​ເອົາ​ການ​ປະຕິບັດ​ໂຄງ​ປະກອບ​ການທ່ອງທ່ຽວ​ອາ​ຊຽນ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແນ​ໃສ່​ຮັບປະກັນ​ການ​ພັດທະນາຂະ​ແໜງ​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ​ຢ່າງ​ໝັ້ນຄົງ​. ຜ່ານ​ຖະ​ແຫຼ​ງການ​ຮ່ວມ​ອາ​ຊຽນ ກ່ຽວ​ກັບ​ການ​ປະຕິບັດຂໍ້​ກ​ຳນົດ​ຄຸນສົມບັດ​ໃຫ້ການ​ທ່ອງ​ທ່ຽວ​ທົ່ວ​ໂລກ ຂອງ​ອົງການ​ທ່ອງ​ທ່ຽວ​ໂລກ ສັງກັດ​ສະຫະ​ປະຊາຊາດ.

ຂ່າວ/ບົດ​ອື່ນ