ອາ​ຊຽນ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ​ ສິດ​ທິ​ມະ​ນຸດ

(VOVWORLD) -   ດ້ວຍຫົວຂໍ້ “ກອງປະຊຸມສໍາມະນາພາກພື້ນ ອາຊຽນ ກ່ຽວກັບທັດສະນະຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການດຳເນີນທຸລະກິດ ແລະ ສິດທິມະນຸດ”, ບັນດາຜູ້ແທນໄດ້ສຸມໃສ່ການສ້າງຂອບເຂດການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບເພດ ແລະ ການປະພຶດກ່ຽວກັບດ້ານໂຄງສ້າງ ແລະ ວັດທະນະທຳ, ພ້ອມທັງເພີ່ມທະວີການປົກປ້ອງສິດໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ.
ອາ​ຊຽນ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ​ ສິດ​ທິ​ມະ​ນຸດ - ảnh 1ແມ່ຍິງນັບມື້ນັບເຂົ້າຮ່ວມການຜະລິດຫຼາຍກວ່າເກົ່າ (ພາບ: TTXVN)

ໃນລະຫວ່າງວັນທີ 30 ມິຖຸນາ ຫາວັນທີ 1 ກໍລະກົດ, ຢູ່ນະຄອນຫຼວງ ກົວລາ ລຳເບີ, ມາເລເຊຍ, ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR) ໄດ້ຈັດກອງປະຊຸມສຳມະນາໃນພາກພື້ນ ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວດຳເນີນທຸລະກິດ ແລະ ສິດທິມະນຸດ ໂດຍມີລັກສະນະກວມລວມ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ. ກອງປະຊຸມສໍາມະນາ ໂດຍ ມາເລເຊຍ, ປະເທດປະທານ ອາຊຽນ 2025 ເປັນເຈົ້າພາບ.

        ດ້ວຍຫົວຂໍ້ “ກອງປະຊຸມສໍາມະນາພາກພື້ນ ອາຊຽນ ກ່ຽວກັບທັດສະນະຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການດຳເນີນທຸລະກິດ ແລະ ສິດທິມະນຸດ”, ບັນດາຜູ້ແທນໄດ້ສຸມໃສ່ການສ້າງຂອບເຂດການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບເພດ ແລະ ການປະພຶດກ່ຽວກັບດ້ານໂຄງສ້າງ ແລະ ວັດທະນະທຳ, ພ້ອມທັງເພີ່ມທະວີການປົກປ້ອງສິດໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ.

        ກອງປະຊຸມສຳມະນາແມ່ນການເຄື່ອນໄຫວຂອງ AICHR ກ່ອນດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຈະດຳເນີນແຕ່ວັນທີ 8 – 11 ກໍລະກົດ ຢູ່ນະຄອນຫຼວງ ກົວລາລຳເປີ. ຫວຽດນາມ ເປັນປະທານວາລະໜຶ່ງຂອງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ປະສານທັດສະນະທາງເພດເຂົ້າໃນນະໂຍບາຍ, ຂັ້ນຕອນ, ກົນໄກ ແລະ ການເຄື່ອນໄຫວດຳເນີນທຸລະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ