ອາຊຽນ ຊຸກຍູ້ສ້າງຕັ້ງສະພາບແວດລ້ອມ ພາສີລວມ

ອາຊຽນ ຊຸກຍູ້ສ້າງຕັ້ງສະພາບແວດລ້ອມ ພາສີລວມ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 07/05, ກອງ​ປະຊຸມ​ຄັ້ງ​ທີ 18 ຂອງ​ຄະນະ​ກຳມະການ​ຮ່ວມ​ມືດ້ານ​ພາສີອາ​ຊຽນ (CCC) ​ໄດ້ດຳ​ເນີນ​ຢູ່​ແຂວງ Pampanga, ທາງພາກ​ເໜືອ​ປະ​ເທດ​ຟີ​ລິບ​ປີນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ໜ້າ​ທີ່​ພາສີ​ຂອງ 10 ປະ​ເທດ​ໃນ​ພາກ​ພື້ນ ພ້ອມກັບບັນດາ​ຜູ້ຕາງໜ້າ​ຍີ່ປຸ່ນ, ຈີນ ​ແລະ ສ.​ເກົາຫຼີ. ກ່າວ​ຄຳ​ເຫັນ​ທີ​ກອງ​ປະຊຸມ, ທ່ານ Ruffy Biazon, ກຳມະການ​ພາສີ​ຟີ​ລິບ​ປີນ ​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ອົງການພາສີ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ການ​ສ້າງ​ຕັ້ງ​ສະພາບ​ແວດ​ລ້ອມພາສີ​ລວມ ​ໃຫ້​ແກ່ 10 ພື້ນຖານ​ເສດຖະ​ກິດ​ໃນ​ພາກ​ພື້ນ, ດ້ວຍ​ຄຳ​ຂວັນ​ທີ່​ວ່າ “ອາ​ຊຽນໜຶ່ງ, ພາສີ​ດ່ຽວ”. ທ່ານ Biazon ຖື​ວ່າ ​ໃນ​ທ່າ​ອ່ຽງ​ເສດຖະກິດ​ທົ່ວ​ໂລກຄື​ປະ​ຈຸ​ບັນ, ລະບຽບ​ດ້ານ​ພາສີ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາຊຽນ ຖືກຊັບຊ້ອນ​ຢ່າງເໝາະສົມ, ບັນດາ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າພວມ​ຖືກ​ຍົກ​ເລີກ​ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ການ​ຄ້າ​​ດຳ​ເນີນ​ໄປ​ຢ່າງ​ໄວ​ກວ່າ, ພ້ອມກັນ​ນັ້ນ​ແມ່ນ​ເພີ່ມ​ທະວີ​ການ​ນຳ​ໃຊ້​ກົດໝາຍ ​ແລະ ຂໍ້​ກຳນົດ ກໍ​ຄື​ບັນດາ​ໂຄງການ​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ພາສີ. ທ່ານ Biazon ຢືນຢັນ​ວ່າ ບັນຫາ​ໂລກາພິວັດ​ແມ່ນ​ສະພາບ​ຕົວ​ຈິງ​ເຊິ່ງອາ​ຊຽນຕ້ອງ​ປະ​ເຊີນ​ໜ້າ ​ແລະ ປະຈຸ​ບັນ​ເລື່ອງ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຄ້າ​ແມ່ນປັດ​ໃຈ​ຕົ້ນ​ຕໍ່​ຂອງ​ການ​ເຄື່ອນ​ໄຫວ​ເສດຖະກິດ​ໃນ​ພາກ​ພື້ນ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ຮ່ວມ​ມື​ກະກຽມ​ໃຫ້​​ແກ່​ການ​ສ້າງ​ຕັ້ງອົງການ​ຮ່ວມ​ມື​ພາສີ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ.
ຂ່າວ/ບົດ​ອື່ນ