ອາ​ຊຽນ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ RCEP ໃນ​ວິ​ວັດ​ທະ​ນາການ​ຟື້ນ​ຟູ​ພາກ​ພື້ນ ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ​ - 19

(VOVWORLD) -ອາຊຽນ ໄດ້ຕີລາຄາວ່າ ສົນທິສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ອາດຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຟື້ນຟູ ພາຍຫຼັງໂລກລະບາດໂຄວິດ - 19 ຂອງພາກພື້ນ.
ອາ​ຊຽນ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ RCEP ໃນ​ວິ​ວັດ​ທະ​ນາການ​ຟື້ນ​ຟູ​ພາກ​ພື້ນ ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ​ - 19 - ảnh 1ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ - EU ໃນຂອບເຂດ AEM - 54  (ພາບ: TTXVN)

ໃນຖະແຫຼງການຮ່ວມທີ່ໄດ້ປະກາດໃນວັນທີ 18 ກັນຍາ, ອາຊຽນ ໄດ້ຕີລາຄາວ່າ ສົນທິສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ອາດຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຟື້ນຟູ ພາຍຫຼັງໂລກລະບາດໂຄວິດ - 19 ຂອງພາກພື້ນ. ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງກອງປະຊຸມລັດຖະມົນຕີ RCEP ດຳເນີນຢູ່ແຂວງ ຊຽມຣຽບ (ກຳປູເຈຍ), ຢູ່ນອກກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 54 (AEM – 54).

        ຕາມຖະແຫຼງການສະບັບດັ່ງກ່າວແລ້ວ, ກອງປະຊຸມໄດ້ຊົມເຊີຍເລື່ອງສົນທິສັນຍາ RCEP ເລີ່ມມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນໄປ ແລະ ຫວັງວ່າ ສົນທິສັນຍາສະບັບນີ້ ຈະໄດ້ຮັບການໃຫ້ສັດຕະຍາບັນຈາກທຸກປະເທດສະມາຊິກ. ຖະແຫຼງການກໍໄດ້ຊີ້ແຈ້ງວ່າ: ກອງປະຊຸມ ໄດ້ແບ່ງປັນທັດສະນະ RCEP  ອາດສາມາດປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ຂອງພາກພື້ນ. ກອງປະຊຸມກໍເນັ້ນໜັກເຖິງຄວາມຈຳເປັນຕ້ອງຊຸກຍູ້ການໝູນໃຊ້ RCEP ເພື່ອເພີ່ມທະວີການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ