ອາ​ຊຽນ ມາ​ນະ​ພະ​ຍາ​ຍາມ​ຮັບ​ປະ​ກັນ​ວິ​ໄສ​ທັດ ອາ​ຊຽນ ຮອດ​ປີ 2045 ທີ່​ມີ​ລັກ​ສະ​ນະ​ຮອບ​ດ້ານ ແລະ ກວມ​ລວມ

(VOVWORLD) - ປະຈຸບັນ, ກຸ່ມປະຕິບັດວຽກງານຂັ້ນສູງ ກ່ຽວກັບວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025 (HLTF-ACV)  ພວມຮຽບຮຽງຮ່າງບົດວິໄສທັດ ອາຊຽນ ຮອດປີ 2045.
ອາ​ຊຽນ ມາ​ນະ​ພະ​ຍາ​ຍາມ​ຮັບ​ປະ​ກັນ​ວິ​ໄສ​ທັດ ອາ​ຊຽນ ຮອດ​ປີ 2045 ທີ່​ມີ​ລັກ​ສະ​ນະ​ຮອບ​ດ້ານ ແລະ ກວມ​ລວມ - ảnh 1

 (ພາບ: TTXVN)

   ທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 42 ຈັດຂຶ້ນແຕ່ວັນທີ 9-11 ພຶດສະພາ ຢູ່ ອິນໂດເນເຊຍ, ການນຳບັນດາປະເທດ ອາຊຽນ ຈະປຶກສາຫາລືບາງບັນຫາພາກພື້ນຕ່າງກໍ່ມີຄວາມສົນໃຈ ດ້ວຍຫົວເລື່ອງ “ຂອບຂະໜາດ ອາຊຽນ: ຈຸດໃຈກາງແຫ່ງການເຕີບໂຕ”.

  ປະຈຸບັນ, ກຸ່ມປະຕິບັດວຽກງານຂັ້ນສູງ ກ່ຽວກັບວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025 (HLTF-ACV)  ພວມຮຽບຮຽງຮ່າງບົດວິໄສທັດ ອາຊຽນ ຮອດປີ 2045 ແລະ ນີ້ແມ່ນໜຶ່ງໃນບັນດາເນື້ອໃນປຶກສາຫາລືສຳຄັນ ທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງນີ້.

   ທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 42, ຄາດວ່າ, ບັນດາການນຳ ອາຊຽນ ຈະຮັບຮອງເອົາຖະແຫຼງການກ່ຽວກັບການສ້າງວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025, ຜ່ານນັ້ນ ຍູ້ໄວວິວັດການຮຽບຮຽງ ແລະ ຮັບປະກັນໃຫ້ເອກະສານສະບັບນີ້ ມີວິໄສທັດກ້ວາງໄກຢ່າງແທ້ຈິງ, ມີຄວາມມຸ່ງຫວັງ, ປັບຕົວ ແລະ ມີລັກສະນະຍຸດທະສາດ.

ຕອບກັບ

ຂ່າວ/ບົດ​ອື່ນ