ອາ​ຊຽ​ນ ລື່ນ​ກາຍ ອາ​ເມ​ລິ​ກາ​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 2 ຂອງ​ຈີນ

(VOVWORLD) -ໃນ 6 ເດືອນຕົ້ນປີ 2019, ອາຊຽນ ໄດ້ລື່ນກາຍອາເມລິກາ ເພື່ອກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງຈີນ. ນີ້ແມ່ນຄັ້ງທຳອິດທີ່ອາຊຽນກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງ ຈີນນັບແຕ່ປີ 1997.

ຕານຂໍ້ມູນຫຼ້າສຸດທີ່ມາຈາກກົມໃຫຍ່ພາສີ ຈີນໃຫ້ຮູ້ວ່າ ໃນ 6 ເດືອນຕົ້ນປີ 2019, ການຄ້າຂອງຈີນກັບອາຊຽນໄດ້ເພີ່ມຂຶ້ນ 10,5%, ບັນລຸໄດ້ 294 ຕື້ USD, ກວມເອົາ 13,5 % ລວມຍອດປະລິມານດ້ານການຄ້າຂອງປະເທດຈີນ. ຕາມກົມໃຫຍ່ພາສີ ຈີນ ແລ້ວ, ການປ່ຽນແປ່ງນີ້ໄດ້ປັບປຸງດ້ວຍຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງ ຈີນ ແລະ ອາຊຽນ, ເປີດກ້ວາງບັນດາຜົນປະໂຫຍດຈາກການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ພ້ອມທັງແບ່ງປັບຄວາມປາດຖະໜາຢາກໃຫ້ປົກປັກຮັກສາລັດທິຫຼາຍຝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ