ອາຊຽນ ສືບຕໍ່ຮັບຮູ້ບັນດາຈຸດພົ້ນເດັ່ນກ່ຽວກັບເສດຖະກິດ, ການເຕີບໂຕ, ສ້າງປະຊາຄົມ

(VOVWORLD) -ນີ້ແມ່ນຄຳຢືນຢັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມລະຫວ່າງກະຊວງ, ຂະແໜງການສະຫຼຸບການເຄື່ອນໄຫວຂອງ ອາຊຽນ ໃນປີ 2022 ໂດຍກະຊວງການຕ່າງປະເທດ ຫວຽດນາມ ເປັນປະທານຈັດຂຶ້ນໃນວັນທີ 09 ມັງກອນ, ຢູ່ ຮ່າໂນ້ຍ.
ອາຊຽນ ສືບຕໍ່ຮັບຮູ້ບັນດາຈຸດພົ້ນເດັ່ນກ່ຽວກັບເສດຖະກິດ, ການເຕີບໂຕ, ສ້າງປະຊາຄົມ - ảnh 1ທີ່ກອງປະຊຸມລະຫວ່າງກະຊວງ, ຂະແໜງການ
(ພາບ: baoquocte)

        ອາຊຽນ ສືບຕໍ່ຮັບຮູ້ບັນດາຈຸດພົ້ນເດັ່ນກ່ຽວກັບເສດຖະກິດ, ການເຕີບໂຕ, ສ້າງປະຊາຄົມ. ນີ້ແມ່ນຄຳຢືນຢັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມລະຫວ່າງກະຊວງ, ຂະແໜງການສະຫຼຸບການເຄື່ອນໄຫວຂອງ ອາຊຽນ ໃນປີ 2022 ໂດຍກະຊວງການຕ່າງປະເທດ ຫວຽດນາມ ເປັນປະທານຈັດຂຶ້ນໃນວັນທີ 09 ມັງກອນ, ຢູ່ ຮ່າໂນ້ຍ. ກ່ຽວກັບການເມືອງ ຄວາມໝັ້ນຄົງ, ບັນດາສະຖານທີ່ຮ້ອນເຮັ່ງໃນໂລກສືບຕໍ່ເກີດຂຶ້ນຢ່າງສັບສົນ, ຈາກບັນຫາທະເລຕາເວັນອອກ, ມຽນມາ, ເຂດຊ່ອງແຄບທະເລ ໄຕ້ຫວັນ (ຈີນ) ຕະຫຼອດຮອດວິກິດການ ລັດເຊຍ - ຢູແກຼນ. ຄວາມກົດດັນເຊິ່ງບັນດາປະເທດ ອາຊຽນ ຕ້ອງປະເຊີນໜ້າຕໍ່ບັນດາບັນຫາດັ່ງກ່າວໄດ້ສ້າງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ນັບທັງຢູ່ພາຍໃນ ແລະ ພາຍນອກ, ພິເສດ ແມ່ນຄວາມສາມັກຄີຂອງ ອາຊຽນ. ເຖິງຢ່າງໃດກໍ່ຕາມ, ປີ 2022, ອາຊຽນ ຍັງບັນລຸໄດ້ຜົນງານໃດໜຶ່ງ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ໃຫ້ຮູ້ວ່າ:

        “ກ່ຽວກັບການເຕີບໂຕເສດຖະກິດ, ອາຊຽນ ໄດ້ຮັກສາລະດັບການເຕີບໂຕດີພໍສົມຄວນເມື່ອທຽບໃສ່ບັນດາພາກພື້ນອື່ນໃນໂລກ. ປີ 2022 ການເຕີບໂຕແມ່ນ 5,1% ແລະ ຄາດວ່າປີ 2023 ຈະຍັງຮັກສາຢູ່ລະດັບປະມານ 5%. ທ່ວງທ່າສ້າງປະຊາຄົມຍັງຮັກສາໄວ້ເປັນຢ່າງດີ, ຖືກຕາມແຜນການ ແລະ ກໍ່ເລີ່ມສ້າງປະຊາຄົມພາຍຫຼັງປີ 2025. ບັນດາການພົວພັນຕ່າງປະເທດກໍ່ບັນລຸໄດ້ບາດກ້າວແທດຈິງຫຼາຍຢ່າງ”.

ຕອບກັບ

ຂ່າວ/ບົດ​ອື່ນ