ອາຊຽນ ສວມບົດບາດສຳຄັນໃນການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ

(VOVWORLD) -ອາຊຽນ ມີທີ່ຕັ້ງສຳຄັນທີ່ສຸດໃນວິວັດທະນາການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ, ກໍ່ຄືກະຕຸກຊຸກຍູ້ວິວັດທະນາການທາງການທູດ ແລະ ນິຕິກຳ, ຊຸກຍູ້ບັນດາກົນໄກຫຼາຍຝ່າຍ ໂດຍອີງໃສ່ກົດໝາຍສາກົນຢູ່ພາກພື້ນ.
ອາຊຽນ ສວມບົດບາດສຳຄັນໃນການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ - ảnh 1 (ນັກຂ່າວອິນເດຍ Rudroneel Ghost)

ໃນໜັງສືພິມ Times of India, ນັກຂ່າວອິນເດຍ Rudroneel Ghost ໄດ້ມີບົດຂຽນໂດຍຢືນຢັນວ່າ: ອາຊຽນ ມີທີ່ຕັ້ງສຳຄັນທີ່ສຸດໃນວິວັດທະນາການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ, ກໍ່ຄືກະຕຸກຊຸກຍູ້ວິວັດທະນາການທາງການທູດ ແລະ ນິຕິກຳ, ຊຸກຍູ້ບັນດາກົນໄກຫຼາຍຝ່າຍ ໂດຍອີງໃສ່ກົດໝາຍສາກົນຢູ່ພາກພື້ນ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳອິນເດຍ, ນັກຂ່າວ Rudroneel Ghost ໃຫ້ຮູ້ວ່າ: ອາຊຽນ ພວມກາຍເປັນຈຸດໃຈກາງແຫ່ງການເຕີບໂຕຂອງທົ່ວໂລກ ແລະ ພາກພື້ນນີ້ມີຂອບເຂດສັນຕິພາບໃຫ້ແກ່ການເຕີບໂຕ. ໃນສະພາບການນັ້ນ, ບັນຫາທະເລຕາເວັນອອກ ຍິ່ງມີຄວາມສຳຄັນຍ້ອນວ່າ ຖ້າມັນບໍ່ໄດ້ຮັບການແກ້ໄຂຢ່າງຖືກຕ້ອງຕາມກົດໝາຍສາກົນ ແລະ ຕາມລະບຽບການໂດຍອີງໃສ່ກົດໝາຍສາກົນ, ມັນຈະສົ່ງຜົນສະທ້ອນທີ່ບໍ່ດີເຖິງທົ່ວພາກພື້ນ. ຍ້ອນເຫດນັ້ນ, ສິ່ງສຳຄັນໃນປະຈຸບັນແມ່ນທົ່ວໂລກຕ້ອງເອົາໃຈໃສ່ເຖິງບັນຫາທະເລຕາເວັນອອກ ແລະ ອະນາຄົດຂອງທັງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນັກຂ່າວ Rudroneel Ghost, ຖືວ່າ.

        “ຫວຽດນາມ ພວມສວມບົດບາດສຳຄັນທີ່ສຸດຢູ່ພາກພື້ນຍ້ອນ 2 ສາຍເຫດຄື: ທີ 1, ຫວຽດນາມ ເປັນສະມາຊິກທີ່ມີບົດບາດໃນໂຄງສ້າງອາຊຽນ. ທີ 2 ຫວຽດນາມ ມີທີ່ຕັ້ງພິເສດສະເພາະ, ຍ້ອນພວກເພື່ອນມີການພົວພັນທາງດ້ານເສດຖະກິດທີ່ພັດທະນາກັບຈີນ. ພ້ອມກັນນັ້ນ, ຫວຽດນາມ ກໍ່ເອົາໃຈໃສ່ເຖິງເລື່ອງປົກປັກຮັກສາຄວາມລະບຽບຮຽບຮ້ອຍຫຼາຍຝ່າຍຢູ່ອາຊີຕາເວັນອອກ. ຫວຽດນາມ ສວມບົດບາດສຳຄັນໃນການຮັກສາ ແລະ ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຫຼາຍຝ່າຍ. ຂ້າພະເຈົ້າຄິດວ່າ, ວິທີສຳຜັດຂອງຫວຽດນາມ ແມ່ນຖືກຕ້ອງທີ່ສຸດ ແລະ ບັນດາຄູ່ຮ່ວມມືຢູ່ພາກພື້ນຄວນໃຫ້ການສະໜັບສະໜູນ”.

ຕອບກັບ

ຂ່າວ/ບົດ​ອື່ນ