ອາຊຽນ ແບ່ງປັນຂໍ້ມູນກ່ຽວກັບຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ

ອາຊຽນ ແບ່ງປັນຂໍ້ມູນກ່ຽວກັບຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 05/06, ຢູ່​ນະຄອນຫຼວງວຽງ​ຈັນ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 34 ຂອງ​ຄະນະ​ກຳມະການ​ສະ​ສົມ​ຄ້ຳປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານອາ​ຊຽນ (AFSRB). ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບົດບາດ ​ແລະ ມາດ​ຕະການ​ຂອງ AFSRB ​ໃນ​ການ​ປັບປຸງ ​ແລະ ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບການ​ຄ້ຳປະກັນ​ຄວາມ​ໝັ້ນຄົງດ້ານ​ສະບຽງ​ອາຫານ ​ແລະ ​ໂພ​ສະນາ​ການໃນ​ພາກ​ພື້ນ, ​ເພື່ອ​ແນ​​ໃສ່​ຮັດ​ແຄບຊ່ອງ​ຫວ່າງລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ, ກ້າວ​ໄປ​ເຖິງ​ວິ​ໄສ​ທັດ​, ​ສີສັນ, ປະຊາ​ຄົມ​ໜຶ່ງ. ຜູ້​ແທນ​ບັນດາ​ປະ​ເທດ​ອາ​ຊຽນ ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຫຼັກ​ການ​ຂອງ​ຂອບ​ເຂ​ດຄ້ຳປະກັນ​ຄວາມ​ໝັ້ນຄົງດ້ານ​ສະບຽງ​ອາຫານ ສັງ​ລວມອາ​ຊຽນ ​ແລະ ​ແຜນການ​ເຄື່ອນ​ໄຫວ​ຍຸດ​ທະ​ສາດ​ກ່ຽວ​ກັບການຄ້ຳປະກັນ​ຄວາມ​ໝັ້ນຄົງດ້ານ​ສະບຽງ​ອາຫານ​ໃນ​ພາກ​ພື້ນ​ອາ​ຊຽນ ​ໄລຍະ 2015 – 2020 ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ຂັ້ນ​ສູງ​ກະສິກຳ - ປ່າ​ໄມ້ອາ​ຊຽນ ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ເດືອນ 08/2014 ​ແລະ ບັນດາ​​ເຈົ້າ​ໜ້າ​ທີ່​ອື່ນໆ.
ຂ່າວ/ບົດ​ອື່ນ