ອາ​ຊຽນ ແລະ ຈີນ​ ຢ້ຳ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​

(VOVWORLD) -ວັນທີ 5 ເມສາ, ທີ່ກອງປະຊຸມຄະນະກຳມະການຮ່ວມມືລວມ ລະຫວ່າງ ອາຊຽນ - ຈີນ ຄັ້ງທີ 23, ສອງຝ່າຍໄດ້ຢ້ຳຄືນຄຳໝັ້ນສັນຍາເພີ່ມທະວີການພົວພັນຄູ່ຮ່ວມມືແລະຮ່ວມມືກ່ວາອີກ, ເພື່ອໃຫ້ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ອາຊຽນ ແລະ ຈີນ (CSP) ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2021.

ອາ​ຊຽນ ແລະ ຈີນ​ ຢ້ຳ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ - ảnh 1ພາບປະກອບ: TTXVN

ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລື ຄວາມຄືບໜ້າທີ່ບັນລຸໃນການການຮ່ວມມື ໃນປີ ຜ່ານມາ ກ່ຽວກັບຂົງເຂດທີ່ນອນຢູ່ໃນແຜນການກະທຳ ອາຊຽນ - ຈີນ ໄລຍະ 2021 – 2025 ຄື: ການຄ້າ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ເສດຖະກິດດີຈີຕອນ, ການສຶກສາ, ການແພດຊຸມຊົນ, ວັດທະນະທຳ ແລະ ຖະແຫຼງຂ່າວ, ການສື່ສານ, ສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ, ຮັດແຄບຊ່ອງວ່າງພັດທະນາ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບການຜັນຂະຫຍາຍ CSP ລະຫວ່າງ ອາຊຽນ - ຈີນ.

ອາຊຽນຕີລາຄາສູງ ຕໍ່ການໜູນຊ່ວຍຢ່າງຕໍ່ເນື່ອງຂອງຈີນ ໃນການແກ້ໄຂໂລກລະບາດໂຄວິດ - 19, ລວມທັງ ບ້ວງເງິນ 6 ລ້ານ USD ທີ່ປະກອບເຂົ້າກອງທຶນອາຊຽນ ຮັບມືກັບພະຍາດໂຄວິດ - 19 ແລະ ຜັນຂະຫຍາຍໂຄງການຮ່ວມມືຄຸ້ມຄອງການແພດຊຸມຊົນ (PROMPT). ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຊຸກຍູ້ວິວັດການຟື້ນຟູພາຍຫຼັງໂລກລະບາດ ລວມທັງການຮັບຮອງເອົາກອບຟື້ນຟູສັງລວມ ອາຊຽນ (ACRF).

ຕອບກັບ

ຂ່າວ/ບົດ​ອື່ນ