ອາຊຽນ ແລະ ສ.ເກົາຫຼີ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

(VOVWORLD) -ເລື່ອງຈັດຕັ້ງວັນ ອາຊຽນ - ສ.ເກົາຫຼີ ປີນີ້ຈະສົ່ງ “ສັນຍານຢ່າງແຮງ” ກ່ຽວກັບຄວາມສຳຄັນຂອງການພົວພັນຄູ່ຮ່ວມມື ອາຊຽນ - ສ.ເກົາຫຼີ,
ອາຊຽນ ແລະ ສ.ເກົາຫຼີ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1ທ່ານເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳ ອາຊຽນ Lim Sungnam
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 32 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືເຈລະຈາ ອາຊຽນ - ສ.ເກົາຫຼີ, ວັນທີ 09 ພະຈິກ, ຄະນະປະຕິບັດງານ ສ.ເກົາຫຼີ ປະຈຳ ອາຊຽນ ໄດ້ສົມທົບກັບຄະນະເລຂາອາຊຽນ ຈັດວັນ ອາຊຽນ - ສ.ເກົາຫຼີ ຄັ້ງທີ 3 ແບບທາງໄກ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳ ອາຊຽນ Lim Sungnam ເຊື່ອໝັ້ນວ່າ ເລື່ອງຈັດຕັ້ງວັນ ອາຊຽນ - ສ.ເກົາຫຼີ ປີນີ້ຈະສົ່ງ “ສັນຍານຢ່າງແຮງ” ກ່ຽວກັບຄວາມສຳຄັນຂອງການພົວພັນຄູ່ຮ່ວມມື ອາຊຽນ - ສ.ເກົາຫຼີ, ພ້ອມທັງ ຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈກວ່າກ່ຽວກັບການພົວພັນດັ່ງກ່າວ, ກໍ່ຄືພາລະກຳຂອງຄະນະປະຕິບັດງານສ.ເກົາຫຼີ ປະຈຳ ອາຊຽນ.

        ສ່ວນທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ຕີລາຄາສູງການໜູນຊ່ວຍ ແລະ ຊ່ວຍເຫຼືອຂອງ ສ.ເກົາຫຼີ ທີ່ມີຕໍ່ ອາຊຽນ ກໍ່ຄືບັນດາປະເທດສະມາຊິກ ອາຊຽນ ເພື່ອແນໃສ່ຮັບມືກັບໂລກລະບາດ, ໃນນັ້ນມີການປະກອບເງິນຈຳນວນ 6 ລ້ານ USD ໃຫ້ແກ່ກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ