ອາຊຽນ ແລະ ອົດສະຕາລີ ໝັ້ນໝາຍເພີ່ມທະວິການຮ່ວມມື

 (vovworld) -  ​ເວທີ​ປາ​ໄສ ອາ​ຊຽນ ​ແລະ ອົດ​ສະ​ຕາ​ລີ ຄັ້ງທີ 25  ຫາກໍ​ອັດ​ລົງ​ຢູ່ ມາ​ນີລາ ປະ​ເທດ ຟິລິບ​ປີນ ​​ໂດຍໄດ້​ອອກ​ຖະ​ແຫລ​ງການ​ສອງ​ຝ່າຍ​ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ​ກວ່າ​ອີກ. ​ຖະແຫລງການຂອງ​ບັນດາ​​ປະທານ​ຮ່ວມ​ເວທີ​ປາ​ໄສ​ໃຫ້​ຮູ້​ວ່າ: “ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື:​ ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ​ໃນ​ນັ້ນ ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ກາ​ນຄ້າ​ມະນຸດ, ຊຸກຍູ້​ບັນຫາ​ສິດທິ​ມະນຸດ, ​ຮ່ວມ​ມື​ການ​ເດີນ​ທະ​ເລ, ສິ່ງ​ແວ​ດລອ້ມ, ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຊີວະ​ນາ​ໆ​ພັນ​ກໍ​ຄື​ສະບຽງ​ອາຫານ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ. ຕາມ​ຖະ​ແຫລ​ງການ​ແລ້ວ,​ ບັນດາ​ຝ່າຍ​ກໍ​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສືບ​ຕໍ່​ການ​ເຊື່ອມ​ໂຍງ​ພາກ​ພື້ນ ​ແລະ ​ແກ້​ໄຂ​ຄວາມ​ວິຕົກ​ກັງວົນ​ກ່ຽວກັບ​ອາດຊະຍາ​ກຳ ​ແລະ ອາດຊະຍາ​ກຳ​ຂ້າມ​ຊາດ​ຜ່ານ​ບັນດາ​ເວທີ​ປາ​ໄສ​ຊຶ່ງ ອາ​ຊຽນ ສວມ​ບົດບາດ​ເປັນ​ໃຈກາງ​ຄື: ກອງ​ປະຊຸມ​ສຸດ​ຍອດ ອາຊີ​ຕາ​ເວັນ​ອອກ, ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ ​ແລະ ກອງ​ປະຊຸມ​ລັດຖະມົນຕີ ປ້ອງ​ກັນ​ປະ​ເທດ ອາ​ຊຽນ ​ເປີດ​ກ້ວາງ. ບັນດາ​ຝ່າຍ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ອົດ​ສະ​ຕາ​ລີ​ໃນ​ການ​ຮັດ​​ແຄບ​ຊ່ອງ​ວ່າງ​ການ​ພັດທະນາ, ຫລຸດຜ່ອນ​ຄວາ​ມທຸກ​ຍາກ​ອຶດຫິວ ​ແລະ ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ