ອາຊຽນ ແລະອົດສະຕາລີ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

(VOVWORLD) -ວັນທີ 3 ກຸມພາ,   ຢູ່ ກອງປະຊຸມຄັ້ງທີ 13 ຄະນະກຳມະການຮ່ວມມືສອງຝ່າຍ ອາຊຽນ - ອົດສະຕາລີ ຢູ່ ສຳນັກງານ ຄະນະເລຂາ ອາຊຽນ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ, ສອງຝ່າຍ ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ອົດສະຕາລີ ຢັ້ງຢືນ ການສະຫນັບສະຫນູນຕໍ່ຄວາມມານະພະຍາຍາມກໍ່ສ້າງປະຊາຄົມ ອາຊຽນ, ການຫນູນຊ່ວຍພາກພື້ນ ຟື້ນຟູ ພາຍຫລັງໂລກລະບາດໂຄວິດ 19 ແລະ ສະຫນັບສະຫນູນບົດບາດໃຈກາງຂອງ ອາຊຽນ ຜ່ານການເຂົ້າຮ່ວມຕັ້ງຫນ້າບັນດາກົນໄກໂດຍ ອາຊຽນ ນຳພາ. ສອງຝ່າຍ ເນັ້ນຫນັກຄວາມສຳຄັນຂອງການສ້າງບັນດາໂຄງການ ແລະ ການເຄື່ອນໄຫວຮັບມືກັບສິ່ງທ້າທາຍປະຈຸບັນ, ສອດຄ່ອງກັບຄວາມຕ້ອງການຂອງພາກພື້ນ ແລະ ບັນດາຂົງເຂດບຸລິມະສິດ, ໃນນັ້ນ ມີບັນດາຂົງເຂດໄດ້ຍົກອອກໃນວິໄສທັດ ອາຊຽນ ຫລັງປີ 2025. ທີ່ກອງປະຊຸມ, ສອງຝ່າຍ ກໍ່ກວດກາການປະຕິບັດແຜນການເຄື່ອນໄຫວ ອາຊຽນ - ອົດສະຕາລີ ໄລຍະ 2020 – 2024, ເຫັນດີ ຈັດຕັ້ງພິທີສະເຫລີມສະຫລອງ 50 ປີແຫ່ງການພົວພັນຄູ່ເຈລະຈາ ອາຊຽນ - ອົດສະຕາລີ ໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ