ອາຊຽນຈະພັດທະນາກາຍເປັນກຳລັງເສດຖະກິດໃໝ່

ອາຊຽນຈະພັດທະນາກາຍເປັນກຳລັງເສດຖະກິດໃໝ່ - ảnh 1
ພາບ​ປ​ະ​ກອບ

(vovworld) - ວັນ​ທີ 12/2, ຢູ່ Kualumpur, ປະ​ເທດ ມາ​ເລ​ເຊຍ ໄດ້​ດຳ​ເນີນ​ເວ​ທີ​ປາ​ໄສ​ການ​ນຳ​ວິ​ສາ​ຫະ​ກິດ ອາ​ຊຽນ. ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຄັ້ງ​ນ​ີ້​ມີ​ຜູ້​ແທນ​ເກື​ອບ 1000 ທ່ານ​ທີ່​ຕາງ​ໜ້າ​ໃຫ້​ບັນ​ດາ​ບໍ​ລິ​ສັດ, ກຸ່ມ​ບໍ​ລິ​ສັດ, ບັນ​ດາ​ລັດ​ຖະ​ບານ ແລະ ວົງ​ການ​ນັກ​ຮຽນ​ຮູ້​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊ​ຽນ. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Najib Razak, ຢັ້ງ​ຢືນ​ວ່າ: ບຸ​ລິ​ມະ​ສິດ​ຂອງ ອາ​ຊຽນ ແມ່​ນ​ຮັບ​ປະ​ກັນ​ການ​ຮ່ວມ​ມື​ສ້າງ​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ຈັດ​ແບ່ງ​ຢ່າງ​ຍຸ​ຕິ​ທຳ, ເຮັດ​ໃຫ້​ການ​ຮ່ວມ​ມືດ້ານ​ການ​ເງິນ​ ເລິກ​ເຊິ່ງ​ກ່​ວາ​ອີກ ແລະ ຮັບ​ປະ​ກັນ​ທ​ຸກໆ​ຂົງ​ເຂດ​ໃຫ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ເຂົ້າ​ຮ່ວມ​​ປະ​ຊາ​ຄົມ​ອາ​ຊ​ຽນ” ຢ່າງ​ຄົບ​ຖ້ວນ​. ທ່ານ Najib Razak ກໍ່​ເນັ້ນ​ໜັກ​ວ່າ: ເລື່ອງ​ສ້າງ​ຕັ້ງ​ຕະຫຼາດ ແລະ ຮາກ​ຖານ​ການ​ຜ​ະ​ລິດ​ລວມ ອາ​ຊຽນ ຈະ​​ສ້າ​ງ​ຄວາມ​ສະ​ເໝີ​ພາບກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ສຸດ​ໃນ​ໂລກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ກໍ່​ຖື​ວ່າ: ອາ​ຊຽນ ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ຈະ​ມີ​ຜົນ​ປະ​ໂຫຍດ​ໃຫ້ທັງ 10 ປະ​ເທດ​ສະ​ມາ​ຊິກ, ນຳ​ມາ​ເຊິ່ງ​​ແລກ​ປ່ຽນ​ສິ​ນ​ຄ້າ, ບໍ​ລິ​ການ, ຄົນ​ງານ​ມີ​ສີ​ມື​ດີ ແລະ ທຶນ​ຢ່າງ​ເສ​ລີກ່​ວາ​ອີກ. ​ຄວາມ​ປອງດອງ ແລະ ​ຫັນ​ເປັນມາດ​ຖານ​ ​ການ​ຄ້າ ແລະ ພາ​ສີ, ຂັ້ນ​ຕອນ ແລະ ລະ​ບຽບ​ການ​ຈະ​ຊ່ວຍ​ຫລຸດ​ຜ່ອນ​ລາຍ​ຈ່າຍ​​ໃນການ​ພົວ​ພັນ​ແລກ​ປ່ຽ​ນ, ເຮັດ​ໃຫ້ ອາ​ຊຽນ ກາຍ​ເປັນ​​ສະ​ຖານ​ທີ່​ດຶງ​ດູດ​ການ​ລົງ​ທຶນ​ກ່​ວາ​ອີກ ແລະ ເພີ່ມ​ທະ​ວີ​ລັກ​ສະ​ນະ​ແກ້ງ​ແຍ້ງ​ໃນ​ການ​ສົ່ງ​ອອກ, ຈາກນັ້ນ​ພາ​ໄປ​ເຖິງ​ການ​ສ້າງ​ກຳ​ລັງ​ເສດ​ຖະ​ກິດ​ໃໝ່​ຢູ່​ພາກ​ພື້ນ.


ຂ່າວ/ບົດ​ອື່ນ