ອາຊຽນຈະສືບຕໍ່ຊຸກຍູ້ການຄ້າເສລີແລະການເຊື່ອມໂຍງເຂົ້າກັບພາກພື້ນ

(VOVWORLD) -ໃນຂອບເຂດກອງປະຊຸມອະນາຄົດອາຊີ ຄັ້ງທີ 23 ໂດຍກຸ່ມບໍລິສັດ  Nikkei Inc ຈັດຕັ້ງ ໃນວັນທີ 5 ມິຖຸນາ ຢູ່ ນະຄອນຫລວງ ໂຕກຽວ ຂອງຍີ່ປຸ່ນ, ການນຳຫລາຍກຸ່ມບໍລິສັດໃຫຍ່ໃນໂລກ ໄດ້ເນັ້ນຫນັກຢ່າງແຮງເຖິງຄວາມສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຂອງພາກພື້ນໃນສະພາບທ່າອ່ຽງອາລັກຂາການຄ້າເພີ່ມຂຶ້ນ.
ອາຊຽນຈະສືບຕໍ່ຊຸກຍູ້ການຄ້າເສລີແລະການເຊື່ອມໂຍງເຂົ້າກັບພາກພື້ນ - ảnh 1 ທ່ານ ເລເລືອງມີງ, ເລຂາທິການໃຫຍ່ ອາຊຽນ

ທີ່ກອງປະຊຸມ, ທ່ານ ເລເລືອງມີງ, ເລຂາທິການໃຫຍ່ ອາຊຽນ ໃຫ້ຄຳໝັ້ນສັນຍາຈະພ້ອມກັບ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP, ອາຊຽນ ຈະຊຸກຍູ້ຄວາມສະຫນິດຕິດພັນທີ່ມີລັກສະນະທົ່ວໂລກກັບບັນດາຄູ່ຮ່ວມມືສັນຍາການຄ້າເສລີກໍຄືບັນດາປະເທດອື່ນ. ອາຊຽນ ມຸ້ງໄປເຖິງການຄ້າກັບໂລກຕາມຮູບການເປີດ.

ຕອບກັບ

ຂ່າວ/ບົດ​ອື່ນ