ອາຊຽນຊຸກຍູ້ເສດຖະກິດ, ການລົງທຶນ ແລະ ການເຊື່ອມໂຍງດ້ານການຄ້າ

(VOVWORLD) - ດ້ວຍເນື້ອໃນແມ່ນຊອກຫາມາດຕະການຍູ້ແຮງການຮ່ວມມືເສດຖະກິດກ່ວາອີກ, ຊຸກຍູ້ການເຊື່ອມໂຍງການຄ້າ ແລະ ການລົງທຶນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 49 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7 ກັນຍາ ຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ. 
ອາຊຽນຊຸກຍູ້ເສດຖະກິດ, ການລົງທຶນ ແລະ ການເຊື່ອມໂຍງດ້ານການຄ້າ - ảnh 1 ທ່ານ Ramon Lopez, ລັດຖະມົນຕີເສດຖະກິດ ຟີລິບປິນ 

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Ramon Lopez, ລັດຖະມົນຕີເສດຖະກິດ ຟີລິບປິນ ໃຫ້ຮູ້ວ່າ: ກອງປະຊຸມໄດ້ສວມບົດບາດສຳຄັນໃນການຢືນຢັນສານບັນລຸຜົນງານຂອງ ອາຊຽນ, ພ້ອມທັງຍົກລະດັບທີ່ຕັ້ງ ບົດບາດຂອງ ອາຊຽນ ໃນສະພາບການບັນດາພື້ນຖານ ເສດຖະກິດພາກພື້ນພວມພັດທະນາດ້ວຍລະດັບໄວກ່ວາໃນພາກພື້ນອື່ນໃນໂລກ. ຕາມທ່ານລັດຖະມົນຕີ Lopez ແລ້ວ, ອາຊຽນ ຈະຮັກສາທັດສະນະເປິດ ແລະ ມຸ່ງໄປເຖິງຕ່າງປະເທດຮັບຮອງເອົາ ບັນດາສັນຍາການຄ້າເສລີ (FTA) ກັບ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ. ເກົາຫຼີ ແລະ ນິວຊີແລນ.

ຕອບກັບ

ຂ່າວ/ບົດ​ອື່ນ