ອາຊຽນຍົກສູງກຳລັງຄວາມສາມາດຮັບມື ແລະ ກູ້ຊ່ວຍໄພພິບັດທຳມະຊາດ

ອາຊຽນຍົກສູງກຳລັງຄວາມສາມາດຮັບມື ແລະ ກູ້ຊ່ວຍໄພພິບັດທຳມະຊາດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 22/02, ສູນ​ປະສານ​ງານ​ອາ​ຊຽນ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ມະນຸດສະທຳ (AHA) ​ໄດ້​ໄຂ​ຊຸດ​ບຳລຸງ​ສ້າງ​ຍົກ​ສູງ​ຄວາມ​ສາມາດ​ຮັບ​ມື ​ແລະ ກູ້ຊ່ວຍໄພພິບັດ​ທຳ​ມະ​ຊາດຄັ້ງ​ທີ 2, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກງານ​ຄຸ້ມ​ຄອງ​ໄພພິບັດ​ທຳ​ມະ​ຊາດ​ແຫ່ງ​ຊາດ 16 ຄົນ ທີ່​ມາ​ຈາກ​ອົງການ​ຄຸ້ມ​ຄອງ​​ໄພພິບັດ​ທຳ​ມະ​ຊາດແຫ່ງ​ຊາດ ບັນດາ​ປະ​ເທດສະມາຊິກ​ອາ​ຊຽນ (NDMOs) ຄື: ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມຽນມາ, ຟິລິບ​ປີນ, ​​ໄທ ​ແລະ ຫວຽດນາມ. ຊຸດ​ບຳລຸງ​ສ້າງ​ດັ່ງກ່າວ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ເຊິ່ງອາ​ຊຽນ ພວມ​ຜັນ​ຂະຫຍາຍ​ການປະຕິບັດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງ​ການຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຮັບ​ມື ​ແລະ ກູ້​ຊ່ວຍ​ໄພພິບັດ​ທຳ​ມະ​ຊາດ. ​ໃນ​ບັນດາ​ຊຸດ​ຮຽນ​ດັ່ງກ່າວ, AHA ນຳ​ໃຊ້​ລາຍການ​ບຳລຸງ​ສ້າງ​ ACE, ​ເຊິ່ງ​ເຄີຍ​ອອກ​ແບບ​​ເພື່ອກະກຽມໃຫ້​ບັນດາ​ການ​ນຳ​​ອາ​ຊຽນ​ໃນ​ອະ​ນາ​ຄົດ ​ເພື່ອ​ຍົກ​ສູງຄວາມ​ສາມາດຄຸ້ມ​ຄອງ​ໄພພິບັດ​ທຳ​ມະ​ຊາດ.

ຂ່າວ/ບົດ​ອື່ນ